NATO ສືບຕໍ່ການມີໜ້າຢູ່ອາບການິດສຖານ
(ພາບປະກອບ: Reuters)
(vovworld) – ລັດຖະມົນຕີວ່າການກະຊວງການຕ່າງປະເທດບັນດາປະເທດ NATO ໄດ້ຮັບຮອງເອົາຂໍ້ຕົກລົງຮັກສາການມີໜ້າຢູ່ອາບການິດສຖານ ພາຍຫຼັງສິ້ນສຸດພາລະໜ້າທີ່ໃນປະຈຸບັນທີ່ມີຊື່ວ່າ “ໜູນຊ່ວຍຢ່າງເດັດຂາດ”. ທ່ານເລຂາທິການໃຫຍ່ NATO Jens Stoltenberg ໄດ້ຖະແຫຼງຄືແນວນັ້ນ ພາຍຫຼັງກອງປະຊຸມຂັ້ນລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະພາ NATO ໃນວັນທີ 13/05 ຢູ່ຕວກກີ. ທ່ານ Stoltenberg ໃຫ້ຮູ້ວ່າ ພາລະໜ້າທີ່ຕໍ່ໄປຂອງ NATO ຢູ່ອາບການິດສຖານ ຈະມີລັກສະນະພົນລະເມືອງ, ແຕ່ວ່າກໍ່ມີປັດໄຈການທະຫານ. ນັບແຕ່ວັນທີ 01/01/2015, 28 ປະເທດສະມາຊິກ NATO ແລະ 14 ປະເທດຄູ່ຮ່ວມມືເລີ່ມເຂົ້າຮ່ວມພາລະໜ້າທີ່ໃໝ່ຢູ່ອາບການິດສຖານ, ດ້ວຍໜ້າທີ່ຕົ້ນຕໍ່ແມ່ນຝຶກຊ້ອມ, ໃຫ້ຄຳປຶກສາໃຫ້ກຳລັງປ້ອງກັນຄວາມສະຫງົບອາບການິດສຖານ, ຫາກບໍ່ເຂົ້າຮ່ວມສົງຄາມໂດຍກົງ ແລະ ຈະຖອນກຳລັງທັງໝົດອອກໃນທ້າຍປີ 2016.