NATOປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ຕວກກີ

NATOປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ຕວກກີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື
ພາບ:vietnamplus.vn

(vovworld)-​ ວັນ​ທີ 28/7, ທ່ານ​ Jens Stoltenberg, ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ NATO ໃຫ້​ຮູ້​ວ່າ: NATO ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສ​ະ​ພາບ​ການ​ເຄັ່ງ​ຕຶງ​ຢູ່ ຕວກ​ກີ ພາ​ຍ​ຫລັງ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ໃນ​ໄລ​ຍະ​ມໍ່ໆ​ມານີ້. ສະ​ພາ NATOໄດ້​ຈັດ​ການ​ປະ​ຊຸມ​ຕາມ​ຂ​ໍ້​ສະ​ເຫນີ​ຂອງ ຕວກກ​ີ ເພື່ອ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເພີິ່ມ​ຂຶ້ນ ລະ​ຫວ່າງ Ankara ກັບ​ກຳ​ລັງ ລັດ​ອິດ​ສະ​ລາມ IS ແລະ ບັນ​ດາ​ມື​ປືນ ຂຶ້ນ​ກັບ​ພັກ​ກຳ​ມະ​ກອນ ຊາວ ເຄຼິດ​ສ. ແຈ້ງ​ການ​ຫລັງ​ການ​ປະ​ຊຸມ​ໃຫ້​ຮູ້​ວ່າ: ຕວ​ກ​ກີ ໄດ້​ສະ​ເຫນີ​ຈັດ​ຕັ້ງ​ການ​ປະ​ຊຸມ​ວິ​ສາ​ມັນ​ດັ່ງ​ກ່າວ ຍ້ອນ​ສະ​ພາບ​ການ​ເຄັ່ງ​ຮ້ອນ​ພາຍ​ຫລັງ​ເກີດ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ​ນອງ​ເລືອດ​ພາຍ​ໃນ​ປະ​ເທດ​ໃນ​ຊຸມມື້ມໍ່ໆ​ມານີ້ ພ້ອມ​ທັງ​ປະ​ກາດ​ຕໍ່​ພັນ​ທະ​ມິດ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ ຊື່ງ Ankara  ພ​ວມ​ຜັນ​ຂະ​ຫຍາຍ​ເພື່ອ​ຕ້ານ​ການກໍ່​ການ​ຮ້າຍ.

 

 

ຂ່າວ/ບົດ​ອື່ນ