Nepan ປະກາດໃຊ້ລັດຖະທຳມະນູນໃໝ່ຢ່າງເປັນທາງການ
ບັນດາສະມາຊິກສະພາແຫ່ງຊາດ Nepan
(ພາບ: AEP/TTXVN)
(vovworld) - ພາຍຫຼັງ 7 ປີ ແຫ່ງການເຈລະຈາຫຼາຍຄັ້ງແຕ່ບໍ່ໄດ້ຮັບຜົນ ແລະ ການເລືອກຕັ້ງສະພາແຫ່ງຊາດ ສ້າງລັດທະທຳມະນູນ 2 ຄັ້ງ, ວັນທີ 20/9, Nepan ໄດ້ປະກາດໃຊ້ລັດຖະທຳມະນູນສະບັບໃໝ່, ລົບລ້າງລະບອບລາຊາທິປະໄຕເກົ່າ ເພື່ອກາຍເປັນລັດສາທາລະນະລັດສະຫະພັນ, ເຊິ່ງປະກອບມີ 7 ແຂວງ, ລັດ. ປະທານາທິບໍດີ Nepan Ram Baran Yadav ໄດ້ເຊັນປະກາດໃຊ້ລັດຖະທຳມະນູນສະບັບໃໝ່ນີ້ ແລະ ປະກາດຕໍ່ໜ້າສະພາແຫ່ງຊາດວ່າ, ເລື່ອງຮັບຮອງເອົາລັດຖະທຳມະນູນນີ້ ຈະເປີດເສັ້ນທາງພັດທະນາໃຫ້ແກ່ປະເທດ. ກ່ອນໜ້ານັ້ນ, Nepan ໄດ້ຮັບຮອງເອົາລັດຖະທຳມະນູນສະບັບໃໝ່, ຕາມນັ້ນແລ້ວຈະແບ່ງປະເທດທີ່ມີພົນລະເມືອງ 28 ລ້ານຄົນນີ້ອອກເປັນ 7 ແຂວງ ແລະ ລັດ.