( vovworld ) – ວັນທີ 17/4, ທ່ານ Saeb Erekat ຫົວໜ້າຄະນະເຈລະຈາ Palestine ໄດ້ຝາກຈົດໝາຍຂອງປະທານາທິບໍດີ Palestine Mahmoud Abbas ໄປຍັງທ່ານນາຍົກລັດຖະມົນຕີ Israel Benjamin Netanyahu ຊື່ງໃນນັ້ນໄດ້ຍົກອອກລາຍລະອຽດບັນດາຄຳຮຽກຮ້ອງຂອງອຳນາດການປົກຄອງ Palestine ກ່ຽວກັບເລື່ອງເຊື່ອມຕໍ່ການເຈລະຈາສັນຕິພາບ. ພາຍຫຼັງການພົບປະໃນເວລາເດືອບ 1 ຊົ່ວໂມງ, ສອງຝ່າຍໄດ້ອອກແຈ້ງການຮ່ວມ ໂດຍຊີ້ແຈ້ງວ່າ: “ Israel ແລະ ອຳນາດການປົກຄອງ Palestine ໃຫ້ຄຳໝັ້ນສັນຍາບັນລຸສັນຕິພາບ. Tel Aviv ຈະສົ່ງຈົດໝາຍຕອບໃຫ້ແກ່ຝ່າຍ Palestine ໃນ 2 ອາທິທີ່ຈະມາເຖິງ. ສອງຝ່າຍຫວັງວ່າ ການແລກປ່ຽນຈົດໝາຍ ຈະຊ່ວຍຊອກຫາວິທີການຊຸກຍູ້ສັນຕິພາບໄດ້“. ຕາມສຳນັກຂ່າວສານ AFP ຂອງຝະລັ່ງ ແລ້ວ, ໃນຈົດໝາຍ, ທ່ານ Mahmoud Abbas ສະເໜີໃຫ້ Tel Aviv ຈົ່ງຍົກອອກທັດສະນະ “ໃນໄລ
ຍະເວລາໄວທີ່ສຸດທີ່ສາມາດເຮັດໄດ້“ ກ່ຽວກັບ 4 ບັນຫາຄື: ຫຼັກການ 2 ລັດອີງຕາມບັນດາເສັ້ນຊາຍແດນກ່ອນປີ 1967, ຢຸດຕິບັນດາການກໍ່ສ້າງເຂດຕັ້ງຖີ່ນຖານຄົງທີ່ຂອງຊາວຢີວ, ປ່ອຍຕົວນັກໂທດ Palestine ທັງໝົດ ແລະ ລົບລ້າງບັນດາຂໍ້ຕົກລົງທີ່ໄປຝືນກັບບັນດາຄຳໝັ້ນສັນຍາ 2 ຝ່າຍ ລົງນາມນັບແຕ່ປີ 2000. ຝ່າຍ Palestine ປະກາດວ່າ ພ້ອມແລ້ວທີ່ຈະເປີດສາກການເຈລະຈາສັນຕິພາບຄືນໃໝ່ “ໂດຍທັນທີ່“ ພາຍຫຼັງໄດ້ຮັບການຕອບຄືນທີ່ຕັ້ງໜ້າຈາກຝ່າຍ Israel.