Palextin ແລະ Israel ປຶກສາຫາລືເຊື່ອມຕໍ່ແຫຼ່ງລາຍຮັບຂອງ Palextin ຄືນໃໝ່
(vovworld) - ປະຈຸບັນ, ອຳນາດການປົກຄອງ Palextin ແລະ Israel ພວມດຳເນີນການເຈລະຈາຄັ້ງຕ່າງໆດ້ານເສດຖະກິດ ໂດຍບໍ່ຫົວຊາຕໍ່ວິວັດການເຈລະຈາໂດຍສັນຕິພວມຖືກຢຸດສະງັກ ເພື່ອແນໃສ່ເຊື່ອມຕໍແຫຼ່ງລາຍຮັບຂອງ Palextin ແລະ ເພື່ອຫຼຸດຜົ້ນອອກຈາກວິກິດການໜີ້ສິນໃນປະຈຸບັນ. Israel ໄດ້ຢືດຄອງຝັ່ງຕາເວັນຕົກແມ່ນ້ຳຈໍແດນແຕ່ປີ 1967 ແລະ ຕາມບັນດາຂໍ້ຕົກລົງໂດຍສັນຕິຊົ່ວຄາວແລ້ວ ປະເທດນີ້ຕາງໜ້າໃຫ້ອຳນາດການປົກຄອງ Palextin ຮັບຜິດຊອບໜ້າທີ່ນຳໃຊ້ ແລະ ເກັບພາສີຂຶ້ນເຖິງ 100 ລ້ານ USD/ເດືອນ. ແຕ່ເຖິງຢ່າງໃດກໍຕາມ, Israel ໄດ້ຢຸດຕິ ບໍ່ເສຍພາສີໃຫ້ແກ່ອຳນາດການປົກຄອງ Palextin ນັບແຕ່ເມື່ອເກີດຄວາມເຄັ່ງຕຶງດ້ານຄວາມສະຫງົບປອດໄພ ແລະ ການພົວພັນຕ່າງປະເທດລະຫວ່າງ 2 ປະເທດ. Palextin ໃຫ້ຮູ້ວ່າ: ບັນດາມາດຕະການພວມໄດ້ຮັບການປຶກສາຫາລືລວມມີການພັດທະນາຂໍ້ມູນຂ່າວສານເອເລັກໂຕນິກກ່ຽວກັບສິນຄ້ານຳເຂົ້າ, ການສ້າງເງື່ອນໄຂເພື່ອໃຫ້ເຈົ້າໜ້າທີ່ Palextin ຕິດຕາມກວດກາແຫຼ່ງສິນຄ້ານຳເຂົ້າ ແລະ ຕິດຕາມກວດກາດເລື່ອງໜີພາສີເພື່ອຫຼີກລ້ຽງການຮົ່ວໄຫຼຂອງລາຍຮັບ.