Samsung Display ຄາດວ່າຈະລົງທຶນຕື່ມອີກ 2,5 ຕື້ USD ເຂົ້າຫວຽດນາມ
ບໍລິສັດ samsung ຢູ່ຫວຽດນາມ
ພາບ:internet
|
(vovworld)- Samsung Display ແມ່ນບໍລິສັດລູກຜະລິດສະເພາະຫນ້າຈໍ ຂຶ້ນກັບກຸ່ມບໍລິສັດເອເລັກໂຕນິກ Samsung Electronics Co Ltd. ຕາມສຳນັກຂ່າວສານ Yonhap ຂອງ ສເກົາຫລີ ແລ້ວ, ບ້ວງເງິນ 2,5 ຕື້ USD ທີ່ລົງທຶນຕື່ມອີກເຂົ້າຫວຽດນາມ ແມ່ນເພື່ອແນໃສ່ເພີ່ມກຳລັງຄວາມສາມາດການຜະລິດ.
ຫວຽດນາມ ແມ່ນສະຖານທີ່ຜະລິດໂທລະສັບມືຖືຫລາຍສຸດ ຂອງ Samsung Electronics Co Ltd ແລະ ບັນດາບໍລິສັດລູກຂອງກຸ່ມບໍລິສັດ ທີ່ເຄີຍລົງທຶນຈຳນວນເງິນນັບຕື້ USD ຢູ່ຫວຽດນາມ. ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ: ການເສຍຄ່າຂອງເງິນວອນໃນໄລຍະມໍ່ໆມານີ້ ໄດ້ປະກອບສ່ວນເພີ່ມກຳໄລຂອງ Samsung. ລາຄາໃບຫຸ້ນຂອງ Samsung ໄດ້ເພີ່ມຂຶ້ນ 43% ໃນປີ 2016, ຊື່ງແມ່ນລະດັບສູງສຸດນັບແຕ່ປີ 2012 ຍ້ອນວົງການນັກລົງທຶນມີຄວາມປະເອີບໃຈວ່າ ຄວາມຕ້ອງການອຸປະກອນບາງປະເພດຂອງໂທລະສັບມືຖືໄດ້ເພີ່ມຂຶ້ນນັ້ນ ຈະຊ່ວຍໃຫ້ລາຍຮັບຂອງ Samsung ເພີ່ມຂຶ້ນ.