(VOVWORLD) - ການໂອ້ລົມສົນທະນາຂັ້ນສູງ ກ່ຽວກັບການປ່ຽນໃໝ່, ລະບົບນິຕິກຳ ແລະ ການເຕົ້າໂຮມນະໂຍບາຍໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 150 ທ່ານທີ່ມາຈາກບັນດາອົງການຈັດຕັ້ງສາກົນ, ອົງການຂອງລັດຖະບານ, ວິສາຫະກິດ ແລະ ສະຖາບັນຄົ້ນຄ້ວາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC.
ທ່ານ ເລກວາງເກື່ອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ |
ວັນທີ 22 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ APEC 2017 ສືບຕໍ່ເຮັດວຽກເປັນມື້ທີ 4 ດ້ວຍ 12 ການເຄື່ອນໄຫວຂອງກຸ່ມປະຕິບັດງານກ່ຽວກັບວຽກງານສາທາລະນະສຸກ, ອະນຸກຳມະການກ່ຽວກັບມາດຕະຖານ ແລະ ເໝາະສົມກັບມາດຕະຖານ, ອະນຸກຳມະການກ່ຽວກັບລະບຽບການພາສີ, ເວທີປາໄສການປ່ຽນໃໝ່ວິທະຍາສາດຊີວິດການເປັນຢູ່, ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຫັນເປັນກະຈ່າງແຈ້ງ…
ການໂອ້ລົມສົນທະນາຂັ້ນສູງ ກ່ຽວກັບການປ່ຽນໃໝ່, ລະບົບນິຕິກຳ ແລະ ການເຕົ້າໂຮມນະໂຍບາຍໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 150 ທ່ານທີ່ມາຈາກບັນດາອົງການຈັດຕັ້ງສາກົນ, ອົງການຂອງລັດຖະບານ, ວິສາຫະກິດ ແລະ ສະຖາບັນຄົ້ນຄ້ວາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC.
ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາ ເພີ່ມທະວີກຳລັງຄວາມສາມາດຂອງນັກຊ່ຽວຊານຄຸ້ມຄອງນະໂຍບາຍສັນຍາ WTO ກ່ຽວກັບບັນດາຮົ້ວກີດຂວາງດ້ານເຕັກນິກສຳລັບການຄ້າຂອງອະນຸກຳມະການມາດຕະຖານ ແລະ ເໝາະສົມກັບມາດຕະຖານໄດ້ປຶກສາຫາລື ບັນດາບັນຫາກ່ຽວຂ້ອງເຖິງບັນດານັກຄຸ້ມຄອງ.
ກຸ່ມປະຕິບັດງານກ່ຽວກັບການຕ້ານການຄ້າເຖື່ອນ ແລະ ຂຸດຄົ້ນໄມ້ຢ່າງຜິດກົດໝາຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມຕ້ອງການຍົກສູງກຳລັງຄວາມສາມາດຂອງບັນດາສະມາຊິກໃນການຕ້ານການຄ້າເຖື່ອນ ແລະ ຂຸດຄົ້ນໄມ້ຢ່າງຜິດກົດໝາຍ ແລະ ກ່ຽວກັບການຮ່ວມມືຂອງກຸ່ມນີ້ກັບອະນຸກຳມະການກ່ຽວກັບລະບຽບການພາສີ ແລະ ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຫັນເປັນກະຈ່າງແຈ້ງ.
ກຸ່ມປະຕິບັດງານກ່ຽວກັບການຮັບມືກັບສະພາບການສຸກເສີນ, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບໝາກຜົນແຫ່ງການປະຕິບັດໂຄງການຊຸກຍູ້ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງເຂດຊົນນະບົດຕໍ່ໜ້າສະພາບໄພພິບັດທຳມະຊາດຜ່ານການລົງທຶນພື້ນຖານໂຄງລ່າງຢ່າງມີປະສິດທິຜົນ…