(ພາບປະກອບ)
(vovworld) - ວັນທີ 2/8, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອາຊຽນໄດ້ ໂຮມປະຊຸມ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ເພື່ອກະກຽມໃຫ້ກອງປະຊຸມຂັ້ນລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ ປະຈຳປີ ຄັ້ງທີ 48 (AMM 48) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນໃນວັນທີ 4/8 . ນີ້ແມ່ນກອງປະຊຸມຈັດກຽມ ເພື່ອແນໃສ່ກະກຽມລາຍການເຄື່ອນໄຫວ, ເນື້ອໃນໃຫ້ການປະຊຸມ, ພ້ອມທັງກວດກາບັນດາເອກະສານທີ່ຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຕ່າງໆຄັ້ງນີ້. ກອງປະຊຸມລັດຖະມົນຕີວ່າການກະຊວງ ອາຊຽນ (AMM) ແມ່ນເຫດການໜຶ່ງເປັນປະຈຳທີ່ສຳຄັນໃນບັນດາການເຄື່ອນໄຫວຂອງ ອາຊຽນ ໃນປີນີ້. AMM 48 ຈະສະຫລຸບບັນດາບັນຫາທີ່ສຳຄັນທີ່ສຸດຂອງ ອາຊຽນ ໃນປີ 2015 ເພື່ອສະເໜີຕໍ່ກອງປະຊຸມສຸດຍອດ, ຊຶ່ງຄາດວ່າ: ຈະຈັດຂຶ້ນໃນເດືອນ 11 ມາເຖິງ. ໃນສະພາວະ, ກຳນົດເວລາສ້າງຕັ້ງປະຊາຄົມ ອາຊຽນ ຍັງເຫຼືອພຽງສອງ, ສາມ ເດືອນເທົ່ນນັ້ນ, ພ້ອມທັງມີ ບັນດາການຜັນແປທີ່ສັບສົນກ່ຽວກັບ ສະພາບການໃນພາກພື້ນສາກົນມີ, ຮຽກຮ້ອງໃຫ້ບັນດາລັດຖະມົນຕີ ອາຊຽນ ຄວນຍົກອອກບັນດາແຜນການພັດທະນາຕ່າງໆຢ່າງມີປະສິດທິຜົນ ແລະ ສາມາດເຊື່ອມຈອດ ອາຊຽນ ກັບ ບັນດາຄູ່ຮ່ວມມືຕ່າງໆໄດ້.
ແລະກໍໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 48 AMM 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 3/8, ກອງປະຊຸມSOM ອາຊຽນ + 3 ແລະ ກອງປະຊຸມ SOM EAS ຖືກຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມ.
ທີ່ກອງປະຊຸມ SOM ອາຊຽນ + 3, ບັນດາເຈົ້າໜ້າທີ່ຂັ້ນສູງຂອງອາຊຽນ + 3 ໄດ້ກວດກາຄືນໝາກຜົນແຫ່ງການປະຕິບັດວຽກງານປັບປຸງອາຊຽນ + 3 ໄລຍະ 2013 – 2017, ພິຈາລະນາຄືນບົດລາຍງານຂອງກຸ່ມວິໄສທັດອາຊີຕາເວັນອອກ 2 ເພື່ອວາງທິດທາງການເຄື່ອນໄຫວຮ່ວມມືຂອງອາຊຽນ + 3.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 48 AMM 48 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 4/8 ຢູ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ
ທູຫ່ຽນ ຈາກ ມາເລເຊຍ