Sudan ແລະ Sudan ໃຕ້ ປະລາໄຊ ໃນການເຈລະຈາກ່ຽວກັບດ້ານປ້ອງກັນຄວາມສະຫງົບ

Sudan ແລະ Sudan ໃຕ້ ປະລາໄຊ ໃນການເຈລະຈາກ່ຽວກັບດ້ານປ້ອງກັນຄວາມສະຫງົບ - ảnh 1
ຕຳຫຼວດ ແລະ ກອງທັບ Sudan ຜັນຂະຫຍາຍການປ້ອງກັນຄວາມສະຫງົບຢູ່ ນະຄອນ Khartoum
(ພາບປະກອບ)

(vovworld) - ໜັງສືພິມ​ລາຍ​ວັນ Al – Sudani ສະບັບ​ອອກ​ວັນ​ທີ 6/6 ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ຢູ່​ນະຄອນ​ຫຼວງ Addis Ababa ຂອງ ປະ​ເທດ Ethiopia, ບັນດາ​ຄະນະ​ປະຕິບັດ​ງານ​ຂອງ Sudan ​ແລະ Sudan ​ໃຕ້ບໍ່​ບັນລຸ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບໃດໆ ກ່ຽວ​ກັບ​ບັນຫາ​ປ​້ອງ​ກັນ​ຄວາມ​ສະຫງົບ. ຕາມ​ແຫຼ່ງຂ່າວ​ນີ້​ແລ້ວ, ບັນດາ​ຜູ້​ເປັນກາງ​​ໄກ່​ເກ່ຍຂອງ​ຂອງ​ສະຫະພາບ ​ເອີ​ລົບ (ຫຼື AU) ​ໄດ້​ຕົກລົງ​​ໂຈະ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບໄວ້ ​ເພື່ອ​ໃຫ້ 2 ຝ່າຍ​ມີ​ກາລະ​ໂອກາດ​ທາ​ບທາມ​ຄວາມ​ເຫັນ​ຫຼາຍ​ກ່ວາ​ອີກ. ໜັງ​ສື​ພິມ Al – Sudani ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Omer Dahab, ​ໂຄສົກ​ຂອງ​ຄະນະ​ເຈລະຈາ Sudan ​ໂດຍ​ໃຫ້​ຮູ້​ວ່າ: Sudan ​​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ຄະນະ​ເຈ​ລາ​ຈາ Sudan ​ໃຕ້ ນັ້ນ​ແມ່ນ​ລົບ​ລ້າງ​ສະພາວະ​ສຸກ​ເສີນ​ຢູ່​​ເຂດ​ຊາຍ​ແດນ ກໍ​ຄື ຟື້ນ​ຟູ​ຕຳ​ແໜ່​ງ ຜູ້ຕາງໜ້າ​ດ້ານ​ການ​ທູດ​ລະຫວ່າງ 2 ປະ​ເທດ. ທ່ານ Dahad ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ຈັດ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເມືອງ​ລວມ, ​ທ່ານເນັ້ນ​ໜັກ​ວ່າ: ຄະນະ​ກຳມະການ​ນີ້ ຈະ​ປຶກສາ​ຫາລື ສ້າງສຳ​ເລັດ 3 ​ບັນຫາໃນ ຈຳ​ນວນທັງ​ໝົດ 6 ບັນຫາ ນັ້ນ​ແມ່ນ​ຢຸດຕິ​ຄວາມ​ເປັນ​ປໍ​ລະ​ປັກ, ຖອນ​ທະຫານ ​ແລະ ຢຸດຕິ​ການ​ໜູນ​ຊ່ວຍ​ບັນດາ​ຂະ​ບວນການ​ລຸກ​ຮື​ຂຶ້ນ.

 

ຂ່າວ/ບົດ​ອື່ນ