ໂຮງລະຄອນ Opera ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່
ຂອງບັນດາປະເທດ ອາຊີ
ພາບ:reuters
|
(vovworld)- ຕອນຄ່ຳວັນທີ 27/1, ໂຮງລະຄອນ Opera ຊື່ງແມ່ນສັນຍາລັກຂອງນະຄອນ Sydney ປະເທດ ອົດສະຕາລີ ໄດ້ຮັບການປະດັບປະດາດ້ວຍສີແດງ, ເປັນການສະແດງໃຫ້ເຫັນຄວາມໂຊກດີ, ຄວາມວັດທະນາຖາວອນ ພ້ອມດ້ວຍບັນດາລາຍການສະແດງຢູ່ທ້ອງຖະຫນົນທີ່ເຕັມໄປດ້ວຍສີສັນຫລາກລາຍ. ມີປະຊາຊົນ ແລະ ນັກທ່ອງທ່ຽວຫລາຍຄົນໄດ້ເຕົ້າໂຮມຢູ່ອ້ອມແອ້ມເຂດ Circular Quay ເພື່ອຊົມບັນດາລາຍການຟ້ອນສິງໂຕ, ການຍິງບັ້ງໄຟດອກຂະຫນາດໃຫຍ່ເພື່ອຂ່ຳນັບຮັບຕ້ອນປີໃຫມ່ປີລະກາ. ທ່ານນາງ Clover Moore, ເຈົ້າຄອງນະຄອນ Sydney ສະແດງຄວາມເອກອ້າງທະນົງໃຈເມື່ອ Sydney ມີກາລະໂອກາດໄດ້ຈັດຕັ້ງຫນຶ່ງໃນບັນດາການເຄື່ອນໄຫວຕ້ອບຮັບບຸນປີໃຫມ່ປະຈຳຊາດໃຫຍ່ສຸດຢູ່ ອາຊີ. ບັນດາການເຄື່ອນໄຫວຕ້ອນຮັບປີໃຫມ່ປະຈຳຊາດປີລະກາ ຢູ່ Sydney ດຳເນີນໄປແຕ່ວັນທີ 27/1-12/2, ໃນນັ້ນ ລວມມີການເຄື່ອນໄຫວທີ່ເປັນເອກະລັກສະເພາະຫລາຍຢ່າງ ຄື: ຕະຫລາດມືດ ແລະ ຊ່ວງເຮືອ. ຄາດວ່າ ບັນດາການເຄື່ອນໄຫວດັ່ງກ່າວຈະດຶງດູດນັກທ່ອງທ່ຽວມາຢ້ຽມຢາມນະຄອນນີ້ ກວ່າ 1 ລ້ານຄົນ.