UAEຈະສືບຕໍ່ຊຸກຍູ້ການຮ່ວມມື2ຝ່າຍກັບຫວຽດນາມ

UAEຈະສືບຕໍ່ຊຸກຍູ້ການຮ່ວມມື2ຝ່າຍກັບຫວຽດນາມ - ảnh 1
ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ UAE Sheikh Mohmmed Bin Rashed Al Maktoum ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ UAE ​ຟ້າມ​ບິ່ງ​ດາມ (ຊ້າຍ)
(ພາບ: TTXVN)

(vovworld) – ວັນ​ທີ 5/11, ທີ​ວັງ Al Mushrif, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ຫວຽດ​ນາມ ປະ​ຈຳ ​ສະ​ຫະ​ລັດ ອາ​ຣັບ​ ເອັມ​ມີ​ເລັດ (UAE) ຟ້າມ​ບິ່ງ​ດາມ, ໄດ້​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ UAE Sheikh Mohmmed Bin Rashed Al Maktoum. ທີ່​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ບິ່ງ​ດາມ ຢືນ​ຢັນ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ຖື UAE ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ, ປາ​ດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດກໍ່​ຄື​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ.

        ທ່ານ​ເອ​ກ​ອັກ​ຄະ​ລ​ັດ​ຖະ​ທູດ ຟ້າມ​ດິ່ງ​ດາມ, ເນັ້ນ​ໜັກ​ວ່າ: 21 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - UAE ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ. 2 ປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ (ເດືອນ 4/2014) ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 1 ທາ​ບ​ທາມ​ຄວາມ​ເຫັນ​ການ​ເມືອງ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ (ເດືອນ 5/2014). ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຮ່ວມ​ມື​ໝັ້ນ​ຄົງລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ການ​ຄ້າ ແລະ ການ​ລົງ​ທຶນ.

        ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ - ນາ​ຍົກ​ລັດ​ຖະ​ມົນ​ຕີ UAE ຢືນ​ຢັນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ.

        ພາຍຫຼັງ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອ​ກ​ອັກ​ຄະ​ລ​ັດ​ຖະ​ທູດ ຟ້າມ​ດິ່ງ​ດາມ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ພວມ​ເຮັດ​ວຽກ, ດຳ​ລົງ​ຊີ​ວິດ​ຢູ່ UAE



ຂ່າວ/ບົດ​ອື່ນ