UNESCO ກ່າວປະນາມISທຳລາຍກິດຈະກຳວັດທະນະທຳຢູ່ຊີຣີ
ກິດຈະກຳວັດທະນະທຳຢູ່ຊີຣີ ຖືກ IS ທຳລາຍ
ພາບ:internet
|
(vovworld)- ວັນທີ 20/1, ອົງການສຶກສາວັດທະນະທຳ ແລະ ວິທະຍາສາດ ຂອງ ສປຊ (UNESCO) ໄດ້ອອກຖະແຫລງການຢືນຢັນ: ເລື່ອງທະຫານກະບົດອົງການ ລັດອິດສະລາມ IS ອ້າງຊື່ເອງ ໄດ້ທຳລາຍກິດຈະກຳວັດທະນະທຳ 2 ແຫ່ງ ທີ່ມີຊື່ສຽງ ຢູ່ພາກກາງ ຊີຣີ ນັ້ນແມ່ນ “ໂທດກຳສົງຄາມ”. ທ່ານ Irina Bokova ຜູ້ອຳນວຍການໃຫຍ່ UNESCO ຖະແຫລງວ່າ: “ການທຳລາຍດັ່ງກ່າວແມ່ນໂທດກຳສົງຄາມແບບໃຫມ່, ກໍ່ຄວາມເສຍຫາຍອັນໃຫຍ່ຫລວງໃຫ້ແກ່ປະຊາຊົນ ຊີຣີ ເວົ້າສະເພາະ ແລະ ມະນຸດເວົ້າລວມ.” ກ່ອນຫນ້ານັ້ນ, ໂທລະພາບແຫ່ງລັດ ຊີຣີ ໄດ້ແຜ່ພາບໂຮງລະຄອນໂຣມບູຮານ ໄດ້ຮັບການກໍ່ສ້າງແຕ່ສັດຕະວັດທີ 2 ໄດ້ຖືກ IS ທຳລາຍທັງໝົດ. ສ່ວນກິດຈະກຳສະຖາປັດຕະຍະກຳ Tetrapylon ທີ່ມີຊື່ສຽງຢູ່ນະຄອນເກົ່ານີ້ ກໍໄດ້ຖືກ IS ທຳລາຍ.