(VOVWORLD) -ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ.
ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ |
ໂດຍຕອບສຳພາດຕໍ່ນັກຂ່າວເນື່ອງໃນເຫດການອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ອອກມະຕິວ່າດ້ວຍການເຊີດຊູປະທານໂຮ່ຈີມິນ, ເນື່ອງໃນເຫດການ: “ໂຮ່ຈີມິນ: ບຸກຄົນເພື່ອສັນຕິພາບ, ນັກວັດທະນະທຳທີ່ດີເລີດ” ຢູ່ປາຣີ, ປະເທດຝລັ່ງ, ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ ແລະ ໂລກ, ພ້ອມທັງເຊີດຊູ, ຍົກສູງອຸດົມການອັນສູງສົ່ງ, ສີສັນວັດທະນະທຳ ແລະ ຄວາມຄາດຫວັງຂອງເພິ່ນ ແລະ ຂອງຊາດ ຫວຽດນາມ ກ່ຽວກັບໂລກ ແຫ່ງສັນຕິພາບ, ສະເໝີພາບ ແລະ ມີຄວາມຜາສຸກ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ບັນດາຄຸນຄ່າ, ມໍລະດົກ, ແນວຄິດຂອງປະທານໂຮ່ຈີມິນ ມີລັກສະນະລວບລວມ, ຂ້າມຜ່ານຍຸກສະໄໝ, ແມ່ນບັນດາບັນຫາເຊິ່ງ ຫວຽດນາມ ແລະ ມວນມະນຸດພວມມານະພະຍາຍາມປົກປ້ອງ ແລະ ເດີນຕາມ. ບັນດາແນວຄິດຂອງເພິ່ນກ່ຽວກັບວັດທະນະທຳ, ການສຶກສາ ກໍ່ແມ່ນພາລະກຳເຊິ່ງ UNESCO ພວມຊຸກຍູ້ຄື: ຖືເປັນສຳຄັນດ້ານວັດທະນະທຳຫຼາກຫຼາຍສີສັນ, ຂ້າສັດຕູໂງຈ້າ ຕິດພັນກັບການລົບລ້າງໄພກືກໜັງສື, ຮ່ຳຮຽນຕະຫຼອດຊີວິດຕິດກັບການການສຶກສາທົ່ວໂລກ, ປູກຕົ້ນໄມ້ປົກປັກຮັກສາສິ່ງແວດລ້ອມ… ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳ ຂອງ ຫວຽດນາມ.