(vovworld) - ວັນທີ 19/01, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (Vietnam Report) ໄດ້ຈັດພິທີປະກາດຕາຕະລາງຈັດອັນດັບ VNR500 – Top 500 ວິສາຫະກິດໃຫຍ່ຫວຽດນາມ ປີ 2016. ນີ້ແມ່ນປີທີ 10, ທີ່ຕາຕະລາງຈັດອັນດັບ VNR 500 ໄດ້ຮັບການປະກາດຢ່າງເປັນທາງການ ເພື່ອເຊີດຊູບັນດາວິສາຫະກິດບັນລຸໄດ້ບັນດາຜົນງານດີເດັ່ນຫຼາຍຢ່າງ ໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນປີການເງິນ 2015. ຢືນອັນດັບທີ 1 ໃນຕາຕະລາງ VNR 500 ວິສາຫະກິດໃຫຍ່ຫວຽດນາມ ປີ 2016 ແມ່ນກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ, ບໍລິສັດ Samsung Electronics ຫວຽດນາມຈຳກັດ, ກຸ່ມບໍລິສັດໂທລະຄົມກອງທັບ…
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນມິງຮົ່ງ ໄດ້ຕີລາຄາສູງເຫດການປະກາດຕາຕະລາງຈັດອັນດັບ VNR 500 ປີ 2016, ພ້ອມທັງຮັບຮູ້ບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນການດຳເນີນທຸລະກິດດ້ວຍຕົນເອງ ແລະ ຄວາມສາມມວບົ່ມຊ້ອນເຕີບໂຕຂອງວິສາຫະກິດຫວຽດນາມ ຫຼາຍແຫ່ງ.