(VOVWORLD) - ທີ່ພິທີຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ແລະ ທ່ານ Javad Mottaghi ໄດ້ແລກປ່ຽນກ່ຽວກັບວຽກງານຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57
ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ໄດ້ຕ້ອນຮັບທ່ານ ປອ Javad Mottaghi, ເລຂາທິການໃຫຍ່ ABU
|
ວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ໄດ້ຕ້ອນຮັບທ່ານ ປອ Javad Mottaghi, ເລຂາທິການໃຫຍ່ສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU). ທີ່ພິທີຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ແລະ ທ່ານ Javad Mottaghi ໄດ້ແລກປ່ຽນກ່ຽວກັບວຽກງານຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຈະດຳເນີນໃນປີ 2020 ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ຕີລາຄາສູງການປະກອບສ່ວນຂອງທ່ານ ເລຂາທິການໃຫຍ່ Javad Mottaghi ຕໍ່ການພັດທະນາໃນຂົງເຂດກະຈາຍສຽງ - ໂທລະພາບ. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ໋ ເນັ້ນໜັກວ່າ:
“VOV ໄດ້ຮັບການຊ່ວຍເຫຼືອຈາກ ABU ແຕ່ຫຼາຍປີມານີ້. ABU ໄດ້ມີການຊ່ວຍເຫຼືອພວກຂ້າພະເຈົ້າ, ສະໜອງບັນດາຂໍ້ມູນຂ່າວສານທີ່ມີລັກສະນະກຳນົດທິດໃຫ້ແກ່ບາດກ້າວພັດທະນາຂອງ VOV ຢ່າງມີປະສິດທິຜົນ, ບຳລຸງສ້າງພະນັກງານ ແລະ ຂົວເຊື່ອມຕໍ່ລະຫວ່າງ VOV ກັບບັນດາສະມາຊິກອື່ນຂອງ ABU. ABU ຍັງແມ່ນອົງການຮ່ວມສຳພັນກັບບັນດາສະຫະສະມາຄົມກະຈາຍສຽງ - ໂທລະພາບຂອງບັນດາພາກພື້ນອື່ນໃນໂລກ. ພວກຂ້າພະເຈົ້າຂໍຂອບໃຈ ABU ທີ່ເຊື່ອໝັ້ນ ແລະ ຄັດເລືອກ VOV ເປັນເຈົ້າພາບຈັດຕັ້ງກອງປະຊຸມ ABU ໃນປີ 2020.”
ສ່ວນທ່ານ ເລຂາທິການໃຫຍ່ Javad Mottaghi ກໍ່ໄດ້ຂອບໃຈ VOV ທີ່ຮັບຄຳເຊື້ອເຊີນໃຫ້ເປັນຫົວໜ່ວຍຈັດຕັ້ງກອງປະຊຸມ ABU ໃນປີ 2020 ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋, VOV ຈະຈັດຕັ້ງເຫດການສຳຄັນ, ມີລັກສະນະປະຫວັດສາດຂອງ ABU ປະສົບຜົນສຳເລັດ.