VOV ມອບລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວໃຫ້ຕ່າງປະເທດໃຫ້ແກ່ນັກຂ່າວກູບາ

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ ພວມໜູນຊ່ວຍນັກຂ່າວ Jose Llamos Camejo ປະທານສະມາຄົມນັກຂ່າວແຂວງ Guantanamo ຂອງກູບາ ມາຫວຽດນາມເພື່ອປະຕິບັດການຮຽບຮຽງປຶ້ມກ່ຽວກັບການຢ້ຽມຢາມທາງລັດຖະກິດຫວຽດນາມຄັ້ງທຳອິດຂອງປະທານ ຟີແດນ ກາດສເຕີໂຣ ຢູ່ເຂດປົດປ່ອຍພາກໃຕ້ຫວຽດນາມເມື່ອປີ 1973
VOV ມອບລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວໃຫ້ຕ່າງປະເທດໃຫ້ແກ່ນັກຂ່າວກູບາ - ảnh 1ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ວູ້ຫາຍຕ້ອນຮັບ ນັກຂ່າວກູບາ Jose Llamos Camejo  

ຕອນເຊົ້າວັນທີ 4 ທັນວາ , ຢູ່ຮ່າໂນ້ຍ, ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ວູ້ຫາຍໄດ້ໃຫ້ການຕ້ອນຮັບ ແລະ ມອບລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວໃຫ້ຕ່າງປະເທດຊຶ່ງນັກຂ່າວກູບາ Jose Llamos Camejo ບັນລຸໄດ້ໃນປີ 2016.

      ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ວູ້ຫາຍ ຍັງສະແດງຄວາມຫວັງຈະສືບຕໍ່ດຳເນີນບັນດາການແລກປ່ຽນຄະນະນັກຂ່າວລະຫວ່າງ 2 ປະເທດ, ຊ່ວຍຮັດແໜ້ນສາຍພົວພັນລະຫວ່າງບັນດາອົງການສື່ມວນຊົນຂອງ 2 ຝ່າຍ, ພ້ອມທັງຊຸກຍູ້ສາຍພົວພັນມິດຕະພາບຢ່າງແໜ້ນແຟ້ນລະຫວ່າງຫວຽດນາມ-ກູບາ. ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ວູ້ຫາຍ ກ່າວວ່າ : 

    “ ການຢ້ຽມຢາມຂອງນັກຂ່າວແມ່ນນອນໃນແຜນການຂອງວິທະຍຸກະຈາຍສຽງຫວຽດນາມ ກໍຄືຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ. ພວກຂ້າພະເຈົ້າຫວັງວ່າ ຈະມີແລກປ່ຽນຄະນະນັກຂ່າວລະຫວ່າງ 2 ປະເທດຫຼາຍກ່ວາອີກເພື່ອຂຽນຂ່າວ ແລະ ບົດກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງກັນ ແລະ ກັນ. ຂ້າພະເຈົ້າຫວັງວ່າ ການພົວພັນລະຫວ່າງບັນດານັກຂ່າວກູບາ ແລະ ນັກຂ່າວຫວຽດນາມຈະນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ