VOV ເພີ່ມທະວີການແລກປ່ຽນ, ຮ່ວມມືກັບ ອາກຊັງຕິນ ແລະ ນອກແວ ໃນຂົງເຂດສື່ມວນຊົນ

(VOVWORLD) -ຕອນບ່າຍວັນທີ 12 ກໍລະກົດ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58, ຖະໜົນ ກວານຊື, ຮ່າໂນ້ຍ, ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV), ໄດ້ຕ້ອນຮັບເອກອັກຄະລັດຖະທູດ ອາກຊັງຕິນ ແລະ ນອກແວ ປະຈຳຫວຽດນາມ.
VOV ເພີ່ມທະວີການແລກປ່ຽນ, ຮ່ວມມືກັບ ອາກຊັງຕິນ ແລະ ນອກແວ ໃນຂົງເຂດສື່ມວນຊົນ - ảnh 1(ທ່ານ ໂດ້ຕຽນຊີ້ ພ້ອມກັບການນຳ VOV ຕ້ອນຮັບທ່ານ Pablo Maria Beltramino)

ທີ່ການຕ້ອນຮັບທ່ານນາງ Pablo Maria Beltramino, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ອາກຊັງຕິນ ປະຈຳຫວຽດນາມ, ທ່ານ ໂດ້ຕຽນຊີ້ ປາດຖະໜາວ່າ, ສະຖານທູດ ອາກຊັງຕິນ ປະຈຳຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກ, ໜູນຊ່ວຍ VOV ແລະ ວິທະຍຸກະຈາຍສຽງ-ໂທລະພາບອາກຊັງຕິນ (RTA) ເພີ່ມທະວີການພົວພັນຮ່ວມມມື, ພິເສດແມ່ນໃນການເຄື່ອນໄຫວແລກປ່ຽນຂ່າວ, ບົດ, ສະໜອງຂໍ້ມູນແນະນຳ, ໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ອາກຊັງຕິນ ເຖິງປະຊາຊົນຂອງ 2 ປະເທດ.

VOV ເພີ່ມທະວີການແລກປ່ຽນ, ຮ່ວມມືກັບ ອາກຊັງຕິນ ແລະ ນອກແວ ໃນຂົງເຂດສື່ມວນຊົນ - ảnh 2(ທ່ານ ໂດ້ຕຽນຊີ້ ຕ້ອນຮັບທ່ານນາງ Grete Lochen)

ທີ່ການຕ້ອນຮັບທ່ານນາງ Grete Lochen, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ນອກແວ ປະຈຳຫວຽດນາມ, ທ່ານ ໂດ້ຕຽນຊີ້ ເນັ້ນໜັກວ່າ:

        “ວິທະຍາສາດ-ເຕັກນິກນັບມືນັບພັດທະນາ, ສະນັ້ນ, VOV ກໍ່ຕ້ອງປ່ຽນແປງໃໝ່ຫຼາຍກວ່າອີກ. ພວກຂ້າພະເຈົ້າຫວັງວ່າ, ທ່ານນາງເອກອັກຄະລັດຖະທູດຈະເປັນຂົວຕໍ່ເພື່ອໃຫ້ວິທະຍຸກະຈາຍສຽງ-ໂທລະພາບ ນອກແວ ຮ່ວມມື, ໜູນຊ່ວຍ VOV ອັບເດັດບັນດາຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກໃນການສົ່ງສັນຍານ, ບຳລຸງສ້າງໂຄສົກ… ກໍຄືຫຼາຍເນື້ອໃນຮ່ວມມືອື່ນໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ