VOV ແລະ ABC Radio Sydney ຊຸກຍູ້ການຮ່ວມມືໃນວິວັດການຫັນເປັນດີຈີຕອນ

(VOVWORLD) - ໃນສະພາບທີ່ 2 ສະຖານີວິທະຍຸພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມຂອງຍຸກສະໄໝ, ການຮ່ວມມືກັນຢ່າງແໜ້ນແຟ້ນຈະຊ່ວຍໃຫ້ 2 ຝ່າຍຮັບມືກັບບັນດາສິ່ງທ້າທາຍໄດ້ເປັນຢ່າງດີກວ່າ
VOV ແລະ ABC Radio Sydney ຊຸກຍູ້ການຮ່ວມມືໃນວິວັດການຫັນເປັນດີຈີຕອນ - ảnh 1(ທ່ານຜູ້ອຳນວຍການໃຫຍ່ ໂດ້ຕຽນຊີ ນຳໜ້າໄດ້ໄປຢ້ຽມຢາມສະຖານີວິທະຍຸ ABC Sydney)

            ໃນຂອບເຂດການຢ້ຽມຢາມ  ແລະ ເຮັດວຽກຢູ່ ອົດສະຕາລີ, ຕອນເຊົ້າວັນທີ 30 ສິງຫາ, ຢູ່ນະຄອນ Sydney, ລັດ New South Wales, ຄະນະປະຕິບັດງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຜູ້ອຳນວຍການໃຫຍ່ ໂດ້ຕຽນຊີ ນຳໜ້າໄດ້ໄປຢ້ຽມຢາມສະຖານີວິທະຍຸ ABC Sydney ແລະ ເຮັດວຽກກັບບັນດາການນຳຂອງວິທະຍຸ.

            ທີ່ການເຮັດວຽກ, ທ່ານ ໂດ້ຕຽນຊີ ຖືວ່າ: ໃນສະພາບທີ່ 2 ສະຖານີວິທະຍຸພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມຂອງຍຸກສະໄໝ, ການຮ່ວມມືກັນຢ່າງແໜ້ນແຟ້ນຈະຊ່ວຍໃຫ້ 2 ຝ່າຍຮັບມືກັບບັນດາສິ່ງທ້າທາຍໄດ້ເປັນຢ່າງດີກວ່າ ແລະ ເລື່ອງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຈະຊ່ວຍໃຫ້ 2 ສະຖານີວິທະຍຸພ້ອມກັນກຳແໜ້ນກາລະໂອກາດ ແລະ ພັດທະນາເປັນຢ່າງດີກ່ວາໃນອານາຄົດ.

            ທ່ານ ໂດ້ຕຽນຊີ ໃຫ້ຮູ້ວ່າ: VOV ພວມຍູ້ແຮງວິວັດການຫັນເປັນດີຈີຕອນ, ສະນັ້ນ, ປາດຖະໜາວ່າ ວິທະຍຸກະຈາຍສຽງ ABC ຈະສົມທົບກັນບຳລຸງສ້າງນັກຂ່າວ ແລະ ແບ່ງປັນບົດຮຽນກັບ VOV ໃນວິວັດການນີ້. ສ່ວນຜູ້ຕາງໜ້າວິທະຍຸ ABC ກໍ່ເຫັນດີກັບຂໍ້ສະເໜີດັ່ງກ່າວ ແລະ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຈະປຶກສາຫາລືເນື້ອໃນນີ້ໃຫ້ລະອຽດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ