( vovworld ) – ນັບແຕ່ວັນທີ 24/5, ລະບົບກະຈາຍສຽງແຜ່ພາບຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ປ່ຽນຊື່ເປັນຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ ຢ່າງເປັນທາງການ ຕາມໜັງສືອະນຸຍາດເລກທີ 871 ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ເຊັນເມື່ອວັນທີ 23/5/2012. ຕາມນັ້ນແລ້ວ, ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນຫົວໜ່ວຍຂຶ້ນກັບວິທະຍຸກະຈາຍສຽງຫວຽດນາມ ມີໜ້າທີ່ປະຕິບັດພາລະໜ້າທີ່ໂທລະພາບ, ແມ່ນພາຫະນະສື່ມວນຊົນອັນຈຳເປັນສຳລັບຊີວິດສັງຄົມ, ແມ່ນກະບອກສຽງຂອງພັກ, ລັດ, ແມ່ນເວທີປາໄສຂອງປະຊາຊົນ. ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ ແມ່ນຊ່ອງຂ່າວສານສັງລວມກ່ຽວກັບບັນດາຂ່າວາສະຖານະການ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປະກອບສ່ວນຍົກສູງພູມປັນຍາຂອງປະຊາຊົນ, ຮັບໃຊ້ຊີວິດດ້ານຈິດໃຈ ວັດທະນະທຳຂອງປະຊາຊົນ. ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດ 24 ຊົ່ວໂມງ/ວັນ ດ້ວຍບັນດາລາຍການຂ່າວ, ສະຖານະການ, ຫົວເລື່ອງສະເພາະ, ບັນເທິງ ແລະ ບັນດາລາຍການອື່ນໆ. ປະຈຸບັນ, ຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ ພວມອອກອາກາດໃນບັນດາພື້ນຖານໂຄງລ່າງ analog ແລະ ໂທລະພາບເຄເບີນ, ໂທລະພາບ digital, ຜ່ານລະບົບອິນເຕີແນັດ, ໂທລະສັບມືຖື.