WB ສະເໜີແນະນະໂຍບາຍກ່ຽວຂ້ອງເຖິງການປະຕິຮູບປະກັນສັງຄົມ

(VOVWORLD) -ຕອນບ່າຍວັນທີ 05 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບເງິນເດືອນ, ປະກັນສັງຄົມ ແລະ ເງິນອຸດໜູນຜູ້ມີຄຸນງາມຄວາມດີ ໄດ້ມີການເຮັດວຽກກັບຜູ້ວ່າການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ

WB ສະເໜີແນະນະໂຍບາຍກ່ຽວຂ້ອງເຖິງການປະຕິຮູບປະກັນສັງຄົມ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

ເຮັດວຽກກັບຜູ້ວ່າການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ

(ພາບ: TTXVN)

ທ່ານ Ousmane Dione, ໄດ້ຮັບຟັງບັນດາຄຳໄຈ້ແຍກ, ຂໍ້ສະເໜີແນະຂອງບັນດານັກຊ່ຽວຊານທີ່ກ່ຽວຂ້ອງເຖິງການປະຕິຮູບນະໂຍບາຍປະກັນສັງຄົມ, ປະກັນພັກກິນເບ້ຍບຳນານ.

        ທີ່ການເຮັດວຽກ, WB ໄດ້ສະເໜີ 4 ກຸ່ມມາດຕະການແກ້ໄຂເສົາຄ້ຳການປະຕິຮູບລະບົບພັກກິນເບ້ຍບຳນານ, ນັ້ນແມ່ນເຮັດໃຫ້ລະບົບພັກກິນເບ້ຍບຳນານ ໂດຍອົງການປະກັນສັງຄົມຫວຽດນາມ ຄຸ້ມຄອງແບບຍືນຍົງກວ່າ, ສົ່ງເສີມການເຂົ້າຮ່ວມຂອງບັນດາພາກພື້ນບໍ່ເປັນທາງການ, ສ້າງລະບົບເງິນເດືອນພື້ນຖານບຳນານໃຫ້ແກ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໂດຍພື້ນຖານ ແລະ ເປີດກ້ວາງເສົາຄ້ຳພັກກິນເບ້ຍບຳນານເທື່ອລະກ້າວ ເພື່ອຫັນລະບົບຜັກກິນເບຍບຳນານໃຫ້ເປັນຫຼາຍຮູບຫຼາຍແບບກວ່າ.

        ຕີລາຄາສູງເລື່ອງ WB ໄດ້ເປັນເຈົ້າການຄົ້ນຄວ້າ, ຕີລາຄາກ່ຽວກັບນະໂຍບາຍປະກັນສັງຄົມຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ, ບັນດາການຕີລາຄາດັ່ງກ່າວແມ່ນມີຜົນປະໂຫຍດ, ຊ່ວຍໃຫ້ລັດຖະບານສ້າງແຜນຮ່າງປະຕິຮູບປະກັນສັງຄົມໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ກົມການເມືອງຕົກລົງໃນກອງປະຊຸມສູນກາງພັກຄັ້ງທີ 7 ຈະມາເຖິງ ແລະ ຢືນຢັນວ່າ, ບັນດາການຄົ້ນຄວ້າຂອງ WB ແມ່ນຫຼັກຖານສຳຄັນເພື່ອໃຫ້ລັດຖະບານຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈກວ່າໃນການຍົກອອກບັນດາລັດຖະນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ