ມາຮອດປະຈຸບັນ 100% ຈຳນວນຕາແສງຢູ່ແຂວງລາວກາຍມີເສັ້ນທາງລົດໂອໂຕແລ່ນຮອດໃຈກາງ
ພາບ: internet
|
(vovworld)-ຕາມບົດລາຍງານທີ່ກອງປະຊຸມຕີລາຄາປະສິດທິຜົນການປະຕິບັດບັນດາໂຄງການໂດຍທະນາຄານໂລກ(WB) ແລະ ກະຊວງພັດທະນາສາກົນຂອງ ລາຊະອານາຈັກອັງກິດ(DFID) ອຸປະຖຳ ໄລຍະ 2009 - 2013 ດ້ວຍຈຳນວນເງິນກວ່າ 106 ລ້ານ USD ເທົ່າກັບ 2.200 ຕື້ດົ່ງ ຊື່ງດຳເນີນໃນວັນທີ 20/5 ຢູ່ແຂວງ ລາວກາຍ. ບັນດາໂຄງການດັ່ງກ່າວແມ່ນສຸມໃສ່ກໍ່ສ້າງ, ຍົກລະດັບ, ບູລະນະເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດ, ຊົນລະປະທານ, ກິດຈະກຳສະຫນອງນ້ຳສະອາດ, ຍົກລະດັບພື້ນຖານໂຄງລ່າງຢູ່ເຂດຕົວເມືອງຈຳນວນຫນຶ່ງ. ມາຮອດປະຈຸບັນ 100% ຈຳນວນຕາແສງຢູ່ແຂວງລາວກາຍມີເສັ້ນທາງລົດໂອໂຕແລ່ນຮອດໃຈກາງ, ລະບົບຊົນລະປະທານສາມາດຮັບໃຊ້ການຫົດນ້ຳໃຫ້ແກ່ 85% ເນື້ອທີ່ນາ, 84% ຈຳນວນຄອບຄົວໄດ້ນຳໃຊ້ນຳ້ສະອາດ. ບັນດາອົງການສາກົນລ້ວນແຕ່ຮັບຮູ້ວ່າ ໂຄງການທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍລ້ວນແຕ່ຮັບປະກັນກ່ຽວກັບເວລາກຳນົດ, ລະດັບຄວາມໄວ ແລະ ຄຸນນະພາບ.