WEF ASEAN 2018: ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຊຸກຍູ້ການພັດທະນາພາກພື້ນ ອາຊຽນ

(VOVWORLD) - ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018), ວັນທີ 12 ກັນຍາ, ບັນດາປະທານຮ່ວມຂອງກອງປະຊຸມເວທີປາໄສເສດຖະກິດໂລກໄດ້ດຳເນີນການປະຊຸມຂ່າວປະກາດກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງທີ່ໄດ້ຍົກອອກມາຢູ່ WEF ASEAN 2018.
WEF ASEAN 2018: ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຊຸກຍູ້ການພັດທະນາພາກພື້ນ ອາຊຽນ - ảnh 1  WEF ASEAN 2018: ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຊຸກຍູ້ການພັດທະນາພາກພື້ນ ອາຊຽນ (ພາບ:TTXVN)

ແບ່ງປັນທີ່ການປະຊຸມຂ່າວ, ທ່ານ ຫງວຽນແມ້ງຮຸ່ງ ຮັກສາການລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ: ຫົວຂໍ້ເວທີປາໄສກ່ຽວກັບ ອາຊຽນ ທີ່ກ່ຽວຂ້ອງເຖິງບັນຫາເຕັກໂນໂລຊີພາກພື້ນ ອາຊຽນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ກໍ່ຄືບັນຫາ Start up. ນີີ້ແມ່ນໂອກາດແບ່ງປັນບັນດາເລື່ອງລາວ, ກໍລະນີເປັນແບບຢ່າງທີ່ກ່ຽວຂ້ອງເຖິງບົດຮຽນຂອງແຕ່ລະປະເທດ, ພິເສດແມ່ນບັນດາແນວຄວາມຄິດໃໝ່, ຂໍ້ລິເລີ່ມໃໝ່ໄດ້ປະກອບສ່ວນຊຸກຍູ້ການພັດທະນາຂອງພາກພື້ນ ອາຊຽນ.

        ກ່ຽວກັບບັນຫາຄວາມໝັ້ນຄົງທາງອິນເຕີແນັດໃນພາກພື້ນ ອາຊຽນ, ທ່ານ ຫງວຽນແມ້ງຮຸ່ງ ຖືວ່າ: ການດຳລົງຊີວິດຍຸກທັນສະໄໝ ແລະ ຄວາມສີວິໄລພວມອີງໃສ່ອິນເຕີແນັດຫລາຍທີ່ສຸດ. ດັ່ງນັ້ນ, ສິ່ງສຳຄັນໃນອະນາຄົດແມ່ນຄວາມໝັ້ນຄົງທາງອິນເຕີແນັດ, ນີ້ແມ່ນຂໍ້ລິເລີ່ມເປີດຂອງ ຫວຽດນາມ ມີຄວາມຫວັງຢາກສືບຕໍ່ໄດ້ຮັບການປຶກສາຫາລື, ປະກອບສ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ