WHO ກ່າວ​ເຕືອນ​ ລັກ​ສະ​ນະ​ຮ້າຍ​ແຮງ​ຂອງ​ກະ​ແສ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຄັ້ງ​ທີ 2 ຢູ່​ອາບ​ຟ​ຼິກ​ກາ

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Matshidiso Moeti ຜູ້ອຳນວຍການ WHO ປະຈຳອາບຟຼິກກາ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດໃນທະວີບພວມເກີດກະແສຕິດເຊື້ອພະຍາດໂຄວິດ - 19 ຄັ້ງທີ 2 ດ້ວຍລະດັບຮຸນແຮງກ່ວາຫຼາຍເທົ່າເມື່ອທຽບໃສ່ກະແສທີ່ໜຶ່ງ.
WHO ກ່າວ​ເຕືອນ​ ລັກ​ສະ​ນະ​ຮ້າຍ​ແຮງ​ຂອງ​ກະ​ແສ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຄັ້ງ​ທີ 2 ຢູ່​ອາບ​ຟ​ຼິກ​ກາ - ảnh 1ບາງຈຸດໄຈ້ແຍກຫາເຊື້ອໂລກລະບາດໂຄວິດ - 19 ຢູ່ Nairobi (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 93,4 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 2 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 23,8 ລ້ານຄົນ ແລະ ມີຜູ້ເສຍຊີວິດ 397,767 ຄົນ. ແລະ ກໍ່ໃນວັນທີ 14 ມັງກອນ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນບັນດາປະເທດ ອາບຟຼິກກາວ່າ ຄວນສືບຕໍ່ຍູ້ແຮງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການ ຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ຜູ້ເສຍຊີວິດ ຢູ່ທະວີບນີ້ ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເວລາມໍ່ໆມານີ້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Matshidiso Moeti ຜູ້ອຳນວຍການ WHO ປະຈຳອາບຟຼິກກາ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດໃນທະວີບພວມເກີດກະແສຕິດເຊື້ອພະຍາດໂຄວິດ - 19 ຄັ້ງທີ 2 ດ້ວຍລະດັບຮຸນແຮງກ່ວາຫຼາຍເທົ່າເມື່ອທຽບໃສ່ກະແສທີ່ໜຶ່ງ. ໄລ່ຮອດວັນທີ 14 ມັງກອນ, ອາບຟຼິກກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 3,1 ລ້ານຄົນ ໃນນັ້ນມິຜູ້ເສຍຊີວິດ 74,500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ