(VOVWORLD) - ທ່ານ Tarik Jasarevic ໂຄສົກຂອງ WHO ເນັ້ນໜັ້ກວ່າ ຄວາມຕ້ອງການຢ່າງຮີບດ່ວນໃນປັດຈຸບັນ ແມ່ນສະໜອງວັດຖຸອຸປະກອນໃຫ້ແກ່ ຮາກຖານການແພດນີ້ ເພື່ອອາດສາມາດຮັກສາບັນດາການບໍລິການກູ້ເອົາຊີວິດຄົນເຈັບ
ພາບປະກອບ: AFP |
ວັນທີ 16 ກຸມພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ພວມມານະພະຍາຍາມເຂົ້າເຖິງໂຮງໝໍ Nasser ເຊິ່ງເປັນຮາກຖານການແພດໃຫຍ່ທີ່ສຸດທີ່ຍັງເຄື່ອນໄຫວ ຢູ່ເຂດ ກາຊາ, ພາຍຫຼັງ ອິດສະລາແອັນ ປະຕິບັດ ການບຸກໂຈມຕີທາງອາກາດເລັ່ງໃສ່ເຂດນີ້. ໃນຖະແຫຼງການ, ທ່ານ Tarik Jasarevic ໂຄສົກຂອງ WHO ເນັ້ນໜັ້ກວ່າ ຄວາມຕ້ອງການຢ່າງຮີບດ່ວນໃນປັດຈຸບັນ ແມ່ນສະໜອງວັດຖຸອຸປະກອນໃຫ້ແກ່ ຮາກຖານການແພດນີ້ ເພື່ອອາດສາມາດຮັກສາບັນດາການບໍລິການກູ້ເອົາຊີວິດຄົນເຈັບ. ດັ່ງນັ້ນ, WHO ພວມມານະພະຍາຍາມເຂົ້າເຖິງ ໂຮງໝໍ Nasser.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ກຸມພາ ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ມີການພົບປະກັບທ່ານ Issac Herzog ປະທານາທິບໍດີ ອິດສະລາແອັນ ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich, ເຢຍລະມັນ. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນວ່າ ຮາມາດ ຈະ ປ່ອຍຕົວປະກັນທັງໝົດ ແລະ ບັນລຸຂໍ້ຕົກລົງຢຸດຍິງທີ່ຍາວນານຢູ່ເຂດ ກາຊາ.