(VOVWORLD) - 1,2 ລ້ານຄົນຢູ່ Rafah ບໍ່ມີບ່ອນປອດໄພເພື່ອຍົກຍ້າຍ, ບໍ່ມີຮາກຖານສາທາລະນະສຸກປອດໄພ, ແລະ ຄົບມາດຕະການປິ່ນປົວເຊິ່ງຜູ້ໄປອົບພະຍົບສາມາດສຳພັດໄດ້ຢູ່ແຫ່ງອື່ນຂອງເຂດ ກາຊາ.
(ພາບປະກອບ: AFP)
|
ວັນທີ 16 ມີນາ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ບໍ່ດຳເນີນການບຸກໂຈມຕີແນໃສ່Rafah, ເຊິ່ງແມ່ນແຫ່ງທີ່ມີສາມັນຊົນສ່ວນຫຼາຍຢູ່ເຂດ ກາຊາ ພວມລີ້ຕົວ.
ຕາມທ່ານ Adhanom Ghebreyesus ແລ້ວ, ເລື່ອງກອງທັບ ອິດສະຣາແອັນ ຂຶ້ນແຜນຍົກຍ້າຍກ່ອນດຳເນີນການບຸກໂຈມຕີບໍ່ແມ່ນມາດຕະການແກ້ໄຂຕາມຕົວຈຶງ. ທ່ານຖືວ່າ, 1,2 ລ້ານຄົນຢູ່ Rafah ບໍ່ມີບ່ອນປອດໄພເພື່ອຍົກຍ້າຍ, ບໍ່ມີຮາກຖານສາທາລະນະສຸກປອດໄພ, ແລະ ຄົບມາດຕະການປິ່ນປົວເຊິ່ງຜູ້ໄປອົບພະຍົບສາມາດສຳພັດໄດ້ຢູ່ແຫ່ງອື່ນຂອງເຂດ ກາຊາ. ທ່ານຫວັງວ່າ, ໄພພິບັດມະນຸດສະທຳນີ້ບໍ່ຄວນຮ້າຍແຮງກວ່າ.
ຕາມຖະແຫຼງການໃນວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ອະນຸມັດຜ່ານ “ແຜນການກະທຳຢູ່ Rafah” ຂອງກອງທັບ, ແຕ່ຍັງບໍ່ທັນຍົກອອກລາຍລະອຽດ ຫຼື ຈຸດເວລາເທື່ອ.