WHO ຮຽກຮ້ອງໃຫ້ມະຫາຊົນໜູນຊ່ວຍປ່ຽນຊື່ພະຍາດໝາກສຸກລີງ

(VOVWORLD) - ພະຍາດໝາກສຸກລີງທີ່ຕິດແປດໃນຄົນໄດ້ຕັ້ງຊື່ກ່ອນທີ່ຈະມີບັນດາຂັ້ນຕອນທີ່ດີທີ່ສຸດໃນປະຈຸບັນໃນການຕັ້ງຊື່ພະຍາດ
WHO ຮຽກຮ້ອງໃຫ້ມະຫາຊົນໜູນຊ່ວຍປ່ຽນຊື່ພະຍາດໝາກສຸກລີງ - ảnh 1ພາບປະກອບ

ວັນທີ 16 ສິງຫາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງການໜູນຊ່ວຍຈາກມະຫາຊົນໃນການປ່ຽນຊື່ໃຫ້ໄວຣັດກໍ່ໃຫ້ເກີດພະຍາດໝາກສຸກລີງ. ລະອຽດຄື, ທ່ານນາງ Fadela Chaib, ໂຄສົກຂອງ WHO ໃຫ້ຮູ້ວ່າ: ພະຍາດໝາກສຸກລີງທີ່ຕິດແປດໃນຄົນໄດ້ຕັ້ງຊື່ກ່ອນທີ່ຈະມີບັນດາຂັ້ນຕອນທີ່ດີທີ່ສຸດໃນປະຈຸບັນໃນການຕັ້ງຊື່ພະຍາດ. ທ່ານນາງ Chaib ຖືວ່າ: WHO ຢາກຊອກຫາຊື່ອື່ນທີ່ບໍ່ກໍ່ໃຫ້ເກີດການຈຳແນກ ແລະ ອົງການນີ້ເລີ່ມດຳເນີນການຮັບເອົາຄຳເຫັນຂອງມະຫາຊົນກ່ຽວກັບການປ່ຽນຊື່ໃຫ້ພະຍາດ ໝາກສຸກລີງ ຜ່ານເວບໄຊທີ່ດ້ວຍ link: https://icd.who.int/dev11.

        ວົງການນັກຊ່ຽວຊານໄດ້ກ່າວເຕືອນວ່າ: ພະຍາດໝາກສຸກລີງອາດຈະກໍ່ໃຫ້ເກີດການຈຳແນກສຳລັບໂຕລີງ ໃນຂະນະທີ່ສັດປະເພດນີ້ບໍ່ກ່ຽວຂ້ອງເຖິງການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ອາບຟຣີກາ. ວັນທີ 13 ສິງຫາ, ວົງການນັກຊ່ຽວຊານມີຄວາມເຫັນດີເຫັນພ້ອມປ່ຽນຊື່ຂອງໄວຣັດທີ່ກໍ່ໃຫ້ເກີດໝາກສຸກລີງດ້ວຍວິທີນຳໃຊ້ບັນດາຕົວເລກໂຣມັນ ແທນທີ່ໃຊ້ສະຖານທີ່ໃດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ