(vovworld) - ວັນທີ 2/7, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (ຫຼື WTO) ທ່ານ Pascal Lamy ໄດ້ກ່າວເຕືອນທ່າອ່ຽງອາລັກຂາດ້ານການຄ້າ ພວມເພີ່ມຂຶ້ນໃນຂົງເຂດການຄ້າສາກົນແຕ່ຕົ້ນປີນີ້. ພິເສດ, ເຫດການຫັນການຄ້າເປັນບັນຫາການເມືອງ ພວມເກີດຂຶ້ນຢູ່ຫຼາຍປະເທດ ດ້ວຍຄຳຮຽກຮ້ອງເພີ່ມທະວີການອາລັກຂາການຄ້າ ໄດ້ກໍຄວາມເຄັ່ງຕຶງໃນການພົວພັນການຄ້າສາກົນ. ຫຼາຍປະເທດໄດ້ເພີ່ມອັດຕາພາສີນຳເຂົ້າ ເພື່ອປົກປັກຮັກສາພື້ນຖານ ອຸດສາຫະກຳພາຍໃນປະເທດ ຫຼີກລ້ຽງຄວາມແກ່ງແຍ້ງສາກົນເຊິ່ງເຂົາເຈົ້າຖືວ່າບໍ່ຍຸດຕິທຳ, ຫຼື ນຳໃຊ້ບັນດາມາດຕະການກ່ຽວກັບລະບຽບການບໍລິຫານ ຫຼື ພາສີເພື່ອເຮັດໃຫ້ສິນຄ້າຂອງບັນດາປະເທດຜ່ານດ່ານຊາຍແດນຊັກຊ້າລົງ. ຜູ້ອຳນວຍການໃຫຍ່ WTO ໃຫ້ຮູ້ວ່າ: ບັນດາມາດຕະການນີ້ເປັນຕົ້ນ ແມ່ນການເຄື່ອນໄຫວປັບປຸງການຄ້າ, ເພີ່ມອັດຕາພາສີອາກອນ.... ຜູ້ອຳນວຍການໃຫຍ່ WTO ຮຽກຮ້ອງໃຫ້ບັນດາລັດຖະບານຈົ່ງເພີ່ມທະວີບັນດາຄວາມມານະພະຍາຍາມ ຕ້ານຄວາມດັນອາລັກຂາ ແລະ ຊຸກຍູ້ບັນດາມາດຕະການຕັ້ງໜ້າເພື່ອເຮັດໃຫ້ຕະຫຼາດຍາມໃດກໍເປີດປະຕູ ແລະ ເພີ່ມທະວີການເປີດປະຕູການຄ້າ. ບັນດາລັດຖະບານພວມຮັບຄວາມດັນດ້ານເສດຖະກິດຢ່າງຫຼວງຫຼາຍຢູ່ພາຍໃນປະເທດຂອງຕົນ ຕ້ອງຕ້ານບັນດາທ່າອ່ຽງນິຍົມຊາດຫົວຮຸນແຮງ ແລະ ຫັນການຄ້າສູ່ຂອບເຂດຢູ່ພາຍໃນປະເທດ.