WTO ກ່າວເຕືອນຜົນຮ້າຍຕາມມາຂອງລັດທິອາລັກຂາຕໍ່ເສດຖະກິດທົ່ວໂລກ
(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ສຳນັກງານ ສະຫະປະຊາຊາດ ໃນວັນທີ 25 ກໍລະກົດ,
ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ( ພາບ: THX/TTXVN)
|
ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ກ່າວເຕືອນບັນດາຜົນຮ້າຍຢ້ອນຫລັງຢ່າງໃຫຍ່ຫລວງຂອງບັນດາມາດຕະການໂຕ້ຕອບດ້ວຍການຈັດວາງອັດຕາພາສີລະຫວ່າງບັນດາພື້ນຖານເສດຖະກິດແຖວໜ້າໂລກ ເຖິງວ່າຍັງບໍ່ທັນເກີດຂຶ້ນໃນທັນທີ ແຕ່ກໍ່ຈະເກີດຂຶ້ນໃນອະນາຄົດ ແລະ ສົ່ງຜົນຮ້າຍຕໍ່ເສດຖະກິດທົ່ວໂລກ.
ຄຳຖະແຫຼງຂອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ຍົກອອກມາໃນສະພາບທີ່ 164 ປະເທດສະມາຊິກ WTO ຫາກໍ່ປະກາດບົດລາຍງານທີ່ໃຫ້ຮູ້ວ່າ: ບັນດາມາດຕະການຈຳກັດດ້ານການຄ້າທີ່ພວມເພີ່ມຂຶ້ນໃນສະພາວະສົງຄາມການຄ້າປີນຂັ້ນໄດລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່ກ່ວາໝູ່ຢູ່ໃນໂລກ. ທ່ານ Roberto Azevedo ເນັ້ນໜັກເຖິງຜົນກະທົບຫຍໍ້ທໍ້ຂອງບັນດາມາດຕະການສະກັດກັ້ນການຄ້າເສລີ ທີ່ພວມໄດ້ຮັບການໝູນໃຊ້ ເຖິງວ່າຍັງບໍ່ທັນເກີດຂຶ້ນໃນທັນທີ ແຕ່ກໍ່ຈະເກີດຂຶ້ນໃນອະນາຄົດ.