WTOພ້ອມແລ້ວຫນູນຊ່ວຍຫວຽດນາມເຊື່ອມໂຍງເຂົ້າກັບເສດຖະກິດໂລກ
ພາບປະກອບ:internet
|
(vovworld)-ວັນທີ 21/10, ຄະນະປະຕິບັດງານຂອງກະຊວງການເງິນ ໂດຍທ່ານ ຫງວຽນກົງຫງຽບ, ຮອງລັດຖະມົນຕີກະຊວງດັ່ງກ່າວນຳຫນ້າ ໄດ້ມີການພົບປະກັບ ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ WTO ຢູ່ ສະວິດ. ທີ່ການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນກົງຫງຽບ ແບ່ງປັນບັນດາຂໍ້ມູນຂ່າວກ່ຽວກັບສະພາບການພັດທະນາເສດຖະກິດ, ການຄ້າສາກົນຂອງຫວຽດນາມ ໃນຊຸມປີຜ່ານມາ, ໃນນັ້ນ ເນັ້ນຫນັກເຖິງວົງເງິນນຳເຂົ້າສົ່ງອອກຂອງຫວຽດນາມ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງນັບແຕ່ເມື່ອກາຍເປັນສະມາຊິກສົມບູນຂອງ WTO ໃນປີ 2007. ທ່ານຮອງລັດຖະມົນຕີ ຫງວຽນກົງຫງຽບ ຢືນຢັນ: ຫວຽດນາມ ໄດ້, ພວມ ແລະ ຈະເຂົ້າຮ່ວມບັນດາການເຄື່ອນໄຫວກໍຄືບັນດາເວທີປາໄສໃນຂອບເຂດ WTO ຢ່າງຕັ້ງຫນ້າ
. ສ່ວນທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນປະຊາຄົມໂລກ ແລະ ຢືນຢັນ ພ້ອມແລ້ວຫນູນຊ່ວຍຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ໃນວັນດຽວກັນ, ຄະນະປະຕິບັດງານຂອງກະຊວງການເງິນຫວຽດນາມ ໄດ້ມີການເຮັດວຽກກັບສະຖາບັນການຄ້າສາກົນ. ນະທີ່ນີ້, ສະຖາບັນການຄ້າສາກົນ ປາດຖະຫນາຢາກມີກາລະໂອກາດເພື່ອບຳລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາພະນັກງານເຮັດວຽກໃນຂົງເຂດເຊື່ອມໂຍງເຂົ້າກັບໂລກຂອງກະຊວງການເງິນຫວຽດນາມ.