(vovworld) - ຕອນເຊົ້າວັນທີ 13/03, ໂດຍ ສືບຕໍ່ວາລະປະຊຸມຄັ້ງທີ 26, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ (ສະບັບປັບປຸງ).
ປະກອບຄຳເຫັນໃສ່ຮ່າງກົດໝາຍ, ສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ຕີລາຄາວ່າຮ່າງກົດໝາຍໄດ້ຮັບການປັບປຸງໂດຍພື້ນຖານ, ຮອບດ້ານຕາມແຜນນະໂຍບາຍປະຕິຮູບຍຸຕິທຳ ເຊິ່ງໄດ້ລະບຸໄວ້ໃນບັນດາມະຕິ, ເອກະສານຂອງພັກ ກ່ຽວກັບການປະຕິຮູບຍຸດຕິທຳ.
ເພື່ອຮັບປະກັນສິດຂອງມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ ຄືດັ່ງໃນລັດຖະທຳມະນູນ ໄດ້ຍົກອອກກ່ຽວກັບໜ້າທີ່ຂອງໄອຍະການປະຊາຊົນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ຄະນະຮຽບຮຽງ ຕ້ອງສືບຕໍ່ຫັນເປັນລະອຽດຈິດໃຈຂອງລັດຖະທຳມະນູນ. ອະພິປາຍກ່ຽວກັບເນື້ອໃນດັ່ງກ່າວ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫງວຽນຮວ່າບິ່ງ ເວົ້າວ່າ.
“ໃນລັດຖະທຳມະນູນໄດ້ຊີ້ແຈ້ງສິດຂອງມະນຸດ ແລະ ບັນດາມາດຕະການຄວບຄຸມມາດຕະການທີ່ກ່ຽວຂ້ອງເຖິງສິດທິຂອງມະນຸດ. ພວກຂ້າພະເຈົ້າກໍ່ຊາບຊືມເນື້ອໃນຈິດໃຈຂອງລັດຖະທຳມະນູນເພື່ອຮັບປະກັນໃຫ້ບັນດາອົງການດຳເນີນຄະດີປະກາດຂໍ້ຕົກລົງທີ່ກ່ຽວຂ້ອງເຖິງສິດຂອງມະນຸດ ລ້ວນແຕ່ມີການຕິດຕາມກວດກາຢ່າງແໜ້ນແຟ້ນຈາກອົງການຂອງໂອຍະການຢ່າງ. ເລື່ອງດັ່ງກ່າວໄດ້ຮັບການກຳນົດຢ່າງຈະແຈ້ງໃນພາລະໜ້າທີ່ຂອງອົງການໄອຍະການ ແລະ ໃນກໍລະນີບັນດາອົງການດຳເນີນຄະດີບໍ່ປະຕິບັດການຕິດຕາມກວດກາ ພວກຂ້າພະເຈົ້າຈະປະຕິບັດວິໄນຕາມວິວັດການລະເມີດອາຍາ”.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ເຮັດວຽກ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍງົບປະທານແຫ່ງລັດ (ສະບັບປັບປຸງ).