ກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ) ຈະເພີ່ມສິດຜົນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ
(ພາບປະກອບ)
(vovworld) - ຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ ສະບັບປັບປຸງ ຈະຊ່ວຍເພີ່ມຄວາມມາມາດສຳພັດກັບການບໍລິການສາທາລະນະສຸກ ໃຫ້ແກ່ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸງຍາກ, ຍົກລະດັບຈຳນວນຜູ້ຂຶ້ນກັບຄວບຄົວທຸກຍາກ, ຊາວຊົນເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ບັນດາເຂດເສດຖະກິດສັງຄົມປະສົບກັບຄວາມຫຍຸ້ງຍາກ, ເປົ້າໝາຍໄດ້ຊົມໃຊ້ການອຸດໜູນສັງຄົມຂຶ້ນ 100% ແທນທີ່ 95% ຄືກົດໝາຍພວມປະກາດໃຊ້... ທີ່ວາລະປະຊຸມຄົບຄະນະຄັ້ງທີ 6, ປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍກົດໝາຍກ່ຽວກັບປະກັນສຸຂະພາບໄລຍະ 2009 – 2012 ແລະ ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ, ເຊິ່ງດຳເນີນໃນວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ. ຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ ຮ່າງກົດໝາຍມຸ່ງໄປເຖິງການບັງຄັບໃຫ້ທຸກເປົ້າໝາຍຕ້ອງເຂົ້າຮ່ວມການປະກັນສຸຂະພາບ ເພື່ອຮັບປະກັນສິດຜົນປະໂຍຫດກວດ, ປິ່ນປົວພະຍາດທົ່ວປວງຊົນ. ທ່ານນາງ ຟ້າມແຄ໋ງຟອງລານ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ.
“ປະຈຸບັນ, ນະໂຍບາຍປະກັນສຸຂະພາບຂອງພວກເຮົາຍັງບໍ່ທັນມີຄວາມດຶງດູດຢ່າງພຽງພໍ ເພື່ອໃຫ້ປະຊາຊົນເຂົ້າຮ່ວມປະກັນສຸຂະພາບດ້ວຍຄວາມສະໝັກໃຈ. ເຫດຜົນສ່ວນຫຼາຍອາດຈະແມ່ນຄຸນະພາບສາທາລະນະສຸກຍັງຈຳກັດຢູ່. ເພື່ອແກ້ໄຂບັນຫານີ້ຢ່າງເຖິງຖອງ, ສ້າງພື້ນຖານນິຕິກຳ, ຂ້າພະເຈົ້າສະເໜີກົດໝາຍຕ້ອງເພີ່ມເຕີ່ມຂໍ້ກຳນົດກ່ຽວກັບຄຸນນະພາບການບໍລິການສາທາລະນະສຸກ. ພ້ອມທັງຕ້ອງກຳນົດບັນດາເງື່ອນໄຂຈຳເປັນ ແລະ ພຽງພໍເພື່ອໃຫ້ຂະແໜງສາທາລະນະສຸກປະຕິບັດໄດ້ຄຸນນະພາບຂອງການບໍລິການນີ້.”