ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຕ້ອງຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງລັດແລະປະຊາຊົນ

 (vovworld) -  ວັນ​ທີ 17/6, ສະພາ​ແຫ່ງ​ຊາດ​ປືກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ.

ສະມາຊິກ​ສະພາ​ແຫ່ງ​ຊາດຫລາຍ​ທ່ານ​ຖື​ວ່າ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ​ສິ່ງ​ສຳຄັນຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ຄວາມ​ກົມ​ກຽ່ວ​ລະຫວ່າງຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ. ສສຊ ຫລາຍ​ທ່ານ​ເຫັນ​ດີ​ກັບ​ການ​ກຳນົດ​ໃນ​ຮ່າງສ້າງ​ແຜນການ, ວາງ​​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ​ລວມມີ 3 ຂັ້ນ, ຂັ້ນ​ລັດ, ​ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ.

ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຕ້ອງຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງລັດແລະປະຊາຊົນ - ảnh 1
ທ່ານ ລາງ​ອກທວາງ ສສຊ ແຂວງລ່າວກາຍ
ພາບ:diendandautu.vn

​ເມື່ອ​ເວົ້າ​ເຖິງ​ບັນຫາ​ກຳນົດ​ລາຄາ​ທີ່​ດິນ, ທ່ານ ລາງ​ອກທວາງ(La Ngọc Thoáng) ສສຊ ​ແຂວງ ກາວ​ບັ່ງຖື​ວ່າ: ຄວນ​ຄິດ​ໄລ່​ລາຄາ​ທີ່​ດິນ​ຄືນ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ ພິ​ເສດ​ແມ່ນ​ທີ່​ດິນ​ກະສິກຳ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຕ້ອງ​ມີ​ການ​ກຳນົດ​ລາຄາ​ຢ່າງ​ຈະ​ແຈ້ງ​ເພື່ອ​ທົດ​ແທນ​ໃຫ້​ແກ່​ຊາວ​ກະສິກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ.

        “ລາຄາ​ທີ່​ດິນ​ປະຈຸ​ບັນ​ມີ​ຫລາຍ​ສິ່ງ​ບໍ່​ທັນ​ເໝາະ​ສົມ. ຄວາມ​ຈິງ​ບັນດາ​ກໍລະນີ​ຟ້ອງ​ຮ້ອງ​ກ່ຽວ​ກັບ​ທີ່​ດິນ​ສ່ວນ​ຫລາຍ​ກໍ​ຍ້ອນ​ບັນຫາ​ລາຄາ. ສະ​ນັ້ນ ​​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ຄິດ​ໄລ່​ແນວ​ໃດ​ເພື່ອ​ໃຫ້​ລາຄາ​ທົດ​ແທນ​ທີ່​ດິນ​ກະສິກຳ​​​ດ້ວຍ​ລະດັບ​ສູງ​ກວ່າ, ບໍ່​​ເຮັດ​ໃຫ້​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ຖືກ​ຜົນ​ສະທ້ອນ.”

ຂ່າວ/ບົດ​ອື່ນ