ກົນ​ໄກສົ່ງ​​ເສີ​ມ​ການພັດທະນາ​ພະລັງງານ​ໄຟຟ​້າຈາກ​ແສງ​ອາທິດ ຢູ່​ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫາກໍອອກຂໍ້ຕົກລົງວ່າດ້ວຍ ກົນໄກສົ່ງເສີມການພັດທະນາພະລັງງານໄຟຟ້າຈາກແສງອາທິດ ຢູ່ຫວຽດນາມ ສໍາລັບບັນດາອົງການ, ສ່ວນບຸກຄົນທີ່ເຂົ້າຮ່ວມການພັດທະນາພະລັງງານໄຟຟ້າຈາກແສງອາທິດຢູ່ຫວຽດນາມ ແລະ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນອື່ນໆທີ່ກ່ຽວຂ້ອງ.
ກົນ​ໄກສົ່ງ​​ເສີ​ມ​ການພັດທະນາ​ພະລັງງານ​ໄຟຟ​້າຈາກ​ແສງ​ອາທິດ ຢູ່​ຫວຽດນາມ - ảnh 1(ພາບປະກອບ: VGP)
 

ກ່ຽວກັບຄວາມຮັບຜິດຊອບຊື້ໄຟຟ້າຈາກບັນດາໂຄງການຜະລິດພະລັງງານໄຟຟ້າຈາກແສງອາທິດເຊື່ອມຕໍ່ຕາໜ່າງໄຟຟ້ານັ້ນ, ຝ່າຍຊື້ໄຟຟ້າ ຕ້ອງມີໜ້າທີ່ ຊື້ພະລັງງານໄຟຟ້າທັງໝົດທີ່ບັນດາໂຄງການຜະລິດພະລັງງານໄຟຟ້າເຊື່ອມຕໍ່ຕາໜ່າງໄຟຟ້າຜະລິດໄດ້ແລ້ວສົ່ງໄປຍັງລະບົບຕາໜ່າງໄຟຟ້າແຫ່ງຊາດ; ບຸລິມະສິດເປັນປະຈໍາ ເພື່ອຂຸດຄົ້ນກຳລັງການຜະລິດ ແລະ ພະລັງງານໄຟຟ້າສະໜອງທັງໝົດຂອງບັນດາໂຄງການພະລັງງານໄຟຟ້າຈາກແສງອາທິດ. ກຳນົດເວລາຂອງສັນຍາຊື້ - ຂາຍ ໄຟຟ້າ ສໍາລັບບັນດາໂຄງການພະລັງງານໄຟຟ້າຈາກແສງອາທິດ ແມ່ນ 20 ປີ ນັບແຕ່ວັນນໍາເຂົ້າເຄື່ອນໄຫວການຄ້າເປັນຕົ້ນໄປ.

ຂໍ້ຕົກລົງສະບັບດັ່ງກ່າວ ກໍຮຽກຮ້ອງໃຫ້ກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ ມີຄວາມຮັບຜິດຊອບວາງແຜນໄລ່ລຽງຄ່າໃຊ້ຈ່າຍໃນການຊື້ໄຟຟ້າທັງໝົດຂອງບັນດາໂຄງການພະລັງງານໄຟຟ້າ; ຄົ້ນຄວ້າການລົງທຶນບັນດາມາດຕະການສະສົມພະລັງງານໄຟຟ້າໃຫ້ແກ່ລະບົບ ເພື່ອຮັບປະກັນການເຄື່ອນໄຫວຂອງລະບົບໄຟຟ້າເປັນປົກກະຕິ ເມື່ອລວມກັບບັນດາແຫຼ່ງພະລັງງານຜະລິດຄືນໃໝ່. ຂໍ້ຕົກລົງສະບັບດັ່ງກ່າວ ມີຜົນສັກສິດນັບແຕ່ວັນທີ 22 ພຶດສະພາເປັນຕົ້ນໄປ.


 

ຕອບກັບ

ຂ່າວ/ບົດ​ອື່ນ