ກຸ່ມ 4 ຝ່າຍ Normandy ຮຽກຮ້ອງປະຕິບັດຂໍ້ຕົກລົງ Minsk ກ່ຽວກັບຢູແກນ
(ພາບປະກອບ: vestnikkavkaza.net)
(vovworld) – ຮຸ່ງເຊົ້າວັນທີ 03/10 (ຕາມເວລາຫວຽດນາມ), ການນຳບັນດາປະເທດລັດເຊຍ, ຢູແກຼນ, ເຢຍລະມັນ ແລະ ຝລັ່ງ (ກຸ່ມ 4 ຝ່າຍ Normandy) ໄດ້ສິ້ນສຸດການເຈລະຈາ ທີ່ແກ່ຍາວເປັນເວລາ 5 ຊົ່ວໂມງ, ຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ. ບັນດາຝ່ານລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຂໍ້ຕົກລົງ Minsk ກ່ຽວກັບເລື່ອງແກ້ໄຂວິກິດການຢູແກຼນ, ຮຽກຮ້ອງປະຕິບັດຂໍ້ຕົກລົງນີ້ຢ່າງຄົບຖ້ວນ, ກໍຄືເລື່ອງອາດຈະແກ່ຍາວກຳນົດເວລາຂອງຂໍ້ຕົກລົງຮອດປີ 2016.
ສິ້ນສຸດການເຈລະຈາ ທີ່ແກ່ຍາວເປັນເວລາ 5 ຊົ່ວໂມງ, ຢູ່ຫວັງ Elysee, ບັນດາຝ່າຍບໍ່ເຫັນດີລົງນາມໃນບໍ່ວ່າຂໍ້ຕົກລົງໃດໆ. ທີ່ການປະຊຸມຂ່າວຮ່ວມ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Mekel ໄດ້ຕີລາຄາສູງບັນດາຝ່າຍລ້ວນແຕ່ມີຄວມມພຶງພໍໃຈຕໍ່ໝາກຜົນການເຈລະຈາ, ບັນດາບັນຫາລະອຽດໄດ້ຮັບການປຶກສາຫາລື ແລະ ທັດສະນະຂອງບັນດາຝ່າຍກໍຫຍັບມໍເຂົ້າກັນກວ່າ. ທ່ານນາງ Angela Mekel ຖືວ່າ, ບໍ່ມີມາດຕາໃດໆຂອງຂໍ້ຕົກລົງ Minsk ກ່ຽວກັບການແກ້ໄຂວິກິດການຢູ່ຢູແກຼນ ໄດ້ຮັບການປະຕິບັດຢ່າງຄົບຖ້ວນ. ໃນຂະນະນັ້ນ, ທີ່ການປະຊຸມຂ່າວສະເພາະ, ທ່ານປະທານາທິບໍດີຢູແກຼນ Petro Poroshenko ໃຫ້ຮູ້ວ່າ, ທີ່ການເຈລະຈາ, ບັນດາຝ່າຍໄດ້ເຫັນດີເລີ່ມປະຕິວັດວຽກງານ ເກັບກູ້ລະເບີດບໍ່ທັນແຕກຢູ່ເຂດ Donbass ດ້ວຍການໜູນຊ່ວຍຂອງເຢຍລະມັນ ແລະ ຝລັ່ງ. ທ່ານ Poroshenko ກໍຫວັງວ່າ, ການເລືອກຕັ້ງໂດຍກຳລັງທວງເອົາແຍກຕົວເປັນເອກະລາດຖະແຫຼງເອງ ຈະບໍ່ໄດ້ດຳເນີນໃນວັນທີ 18/10 ຈະມາເຖິງ.