ອີຣານ ທົດລອງຍິງລູກສອນໄຟ
(ພາບ:giaoduc.net)
|
( vovworld ) – ວັນທີ 8/3, ກຸ່ມ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບເຢຍລະມັນ (ກຸ່ມ P5+1 ) ໄດ້ເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານີວເຄຼຍຂອງ ອີຣານ ໄດ້ຮຽກຮ້ອງໃຫ້ເຕເຮຣານ ຈົ່ງກັບຄືນສູ່ໂຕະເຈລະຈາ ແຕ່ “ບໍ່ພ້ອມກັບບັນດາເງື່ອນໄຂຕັດສິນສິຂາດ“. ກຸ່ມ P5+1 (ລວມມີອາເມລິກາ, ຈີນ, ລັດເຊຍ, ຝະລັ່ງ, ອັງກິດ ພ້ອມກັບເຢຍລະມັນ) ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນຖະແໜງການຮ່ວມ ທີ່ການປະຊຸມປະຈຳຂອງຄະນະນຳອົງການພະລັງງານປະລາມານູສາກົນ (IAEA) ຢູ່ນະຄອນຫຼວງ ວຽນ ປະເທດໂອຕາລິດ. ກ່ອນໜ້ານັ້ນ, ຄະນະຜູ້ແທນຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ສະຫະພາບເອີລົບ, ທ່ານນາງ Catherine Ashton ໃຫ້ຮູ້ວ່າ ກຸ່ມ P5+1 ໄດ້ຮັບຮູ້ຂໍ້ສະເໜີຂອງ ອີຣານ ກ່ຽນກັບການເຊື່ອມຕໍ່ການເຈລະຈາ ພາຍຫລັງຖືກຈົນຕະແຈມາເປັນເວລາຫຼາຍເດືອນ.
ຖະແໜງການຮ່ວມຂອງກຸ່ມ P5+1 ເນັ້ນໜັກວ່າ ການຄັ້ງເຈລະຈາທີ່ຈະມາເຖິງສຸມໃສ່ໂຄງການນີວເຄຼຍຂອງ ອີຣານ, ຕ້ອງມີຄວາມເຂັ້ມງວດຢ່າງແທ້ຈິງ, “ບໍ່ພ້ອມກັບບັນດາເງື່ອນໄຂຕັດສິນສິຂາດ“ ແລະ ນະມາເຊີ່ງ “ບັນດາຜົນງານລະອຽດ“. ຖະແຫຼງການກໍຊີ້ແຈ້ງວ່າ ກຸ່ມ P5+1 ພ້ອມແລ້ວທີ່ຈະເຈລະຈາ ບົນພື້ນຖານເຫັນວ່າ ບັນດາການເຈລະຈາ ຈະແກ້ໄຂຄວາມວິຕົກກັງວົນຂອງປະຊາຄົມໂລກ ແລະ ຈະແລກປ່ຽນກ່ຽວກັບບັນດາມາດຕະການລະອຽດຢ່າງເຂັ້ມງວດ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ.