ກົມການເມືອງສູນກາງພັກເຮັດວຽກກັບຄະນະປະຈຳພັກການທະຫານ ສູນກາງ


 ກົມການເມືອງສູນກາງພັກເຮັດວຽກກັບຄະນະປະຈຳພັກການທະຫານ ສູນກາງ   - ảnh 1
ຄະນະ​ປະຕິບັດ​ງານ​ກົມ​ການ​ເມືອງເຮັດວຽກກັບ​
ຄະນະ​ປະຈຳ​ພັກ​ການ​ທະຫານ​ສູນ​ກາງ​
(ພາບ:nguyenphutrong.net)

(vovworld-)ຕອນ​ບ່າຍວັນ​ທີ 4/9,ຢູ່​ຮ່າ​ໂນ້ຍ, ຄະນະ​ກວດກາ​ຂອງ​ກົມ​ການ​ເມືອງສູນ​ການ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ການ​ທະຫານ​ສູນ​ກາງ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ຊຸດ​ທີ 11 ກ່ຽວ​ກັບ “ສືບ​ຕໍ່ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມບັດ​ປະ​ທານ ​ໂຮ່ຈີ​ມິນ”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ອົງຄະ​ນະ​ພັກ​ກອງທັບ​ໄດ້​ຜັນ​ຂະຫຍາຍປະຕິບັດມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ຊຸດ​ທີ 11 ກ່ຽວ​ກັບ “ສືບ​ຕໍ່ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມບັດ​ປະ​ທານ ​ໂຮ່ຈີ​ມິນ” ​ເປັນ​ຢ່າງ​ດີ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ກ່າວ​ວ່າ : “ ຂ້າພະ​ເຈົ້າ​ສະ​ເໜີ​ສືບ​ຕໍ່​ຊີ້​ນຳ​ຄະ​ນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ​ໃນອົງຄະ​ນະ​ພັກ​ກອງທັບ, ສືບ​ຕໍ່​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍປະຕິບັດມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ຊຸດ​ທີ 11 ​ເພື່ອ​ເຮັດ​ໃຫ້​ພະນັກງານ, ສະມາຊິກພັກທຸກໆຄົນ ແລະ ມະຫາຊົນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຈຸດປະສົງ, ຄວາມ​ຮຽກຮ້ອງ​ຕ້ອງການ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ແບບ​ແຜນການ​ດຳລົງ​ຊີວິດ, ​ເປັນ​ເຈົ້າການ​ທຳນາຍ, ກຳນົດ​ທິດ ​ແລະ ​ແກ້​ໄຂ​ບັນຫາ​ເກີດ​ໃໝ່​ກ່ຽວ​ກັບ​ແນວ​ຄິດ​ຢ່າງ​ທັນ​ການ, ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມ​ືອງພາຍ​ໃນ​ເປັນ​ຢ່າງ​ດີ, ​ເດັດ​ດຽວ​ບໍ່​ປະ​ໃຫ້​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້: ກໍ່​ຄວາມ​ແບ່ງ​ແຍກ...”

 ກົມການເມືອງສູນກາງພັກເຮັດວຽກກັບຄະນະປະຈຳພັກການທະຫານ ສູນກາງ   - ảnh 2
ການເຮັດວຽກກັບ​ຫ້ອງວ່າການ​ສູນ​ກາງ​ພັກ​
ຂອງຄະນະ​ປະຕິບັດ​ງານ​ກົມ​ການ​ເມືອງ

(ພາບ: cand.com.vn)

ກ່ອນໜ້ານັ້ນຄືໃນຕອນເຊົ້າ​ວັນ​ທີ 4/9, ຄະນະ​ປະຕິບັດ​ງານ​ກົມ​ການ​ເມືອງ ​ໂດຍ​ລັດຖະມົນຕີ​ກະຊວງ​ຕຳຫຼວດຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຫ້ອງວ່າການ​ສູນ​ກາງ​ພັກ​ກວດກາ​ການ​ສືບ​ຕໍ່​ຊີ້​ນຳ, ນຳພາ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ຊຸດ​ທີ 11 ກ່ຽວ​ກັບ “ສືບ​ຕໍ່ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມບັດ​ປະ​ທານ ​ໂຮ່ຈີ​ມິນ”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ສະ​ເໜີ​ວ່າ: ດ້ວຍ​ບົດບາດ​ແມ່ນ​ອົງການ​ເສນາ​ທິການ, ຊ່ວຍ​ວຽກໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ໂດຍ​ກົງ​ແມ່ມກົມ​ການ​ເມືອງ, ຄະນະ​ເລຂາ, ​ໃນ​ການຈັດ​ຕັ້ງ​ບໍລິຫານ​ວຽກ​ງານ​ນຳພາ​ຂອງ​ພັກ, ສົມທົບປະສານວຽກງານ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການເປັນ​ເສນາທິການ​ຂອງ​ພັກ ​ແລະ ຮັບປະກັນ​ພາລະ​ທິການ​ຮັບ​ໃຊ້ການ​ເຄື່ອນ​ໄຫ​ວຂອງ​ສູນ​ກາງ​ພັກ, ຫ້ອງວ່າການ​ສູນ​ກາງ​ພັກ ຍູ້​ແຮງ​ວຽກ​ງາ​ນ ສຶກສາ​​ການ​ເມືອງແນວ​ຄິດ, ສຶກສາມູນ​ເຊື້ອ​ໃຫ້​ແກ່​ພະນັກງານ, ສະມາ​ຊິກ​ພັກ, ​ເພີ່​ມທະວີ​ວຽກ​ງານ​ປົກປັກຮັກສາ​ພາຍ​ໃນ, ຄວາມ​ໝັ້ນຄົງ​ດ້ານ​ຂໍ້​ມູນ​ຂ່າວສານ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຕຳ​ໜິຕິ​ຊົມ​ຕົນ​ເອງ, ຄວາມສາມາດຕໍ່ສູ້​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ, ພະນັກງານ, ສະມາ​ຊິກ​ພັກ, ກໍ່ສ້າງ ​ແລະ ປັບປຸງຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ​ເພີ່​ມທະວີ​ວຽກ​ງານ​ເສນາ​ທິການ​ກັບ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ຂອງ​ຫ້ອງວ່າການ​ສູນ​ກາງ​ພັກ.

 

 

 

ຂ່າວ/ບົດ​ອື່ນ