ກຸ່ມບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານ

(VOVWORLD) -ໃນປີ 2022, G7 ໄດ້ໜູນຊ່ວຍມະນຸດສະທຳທີ່ມີມູນຄ່າຂຶ້ນເຖິງ 2,8 ຕື້ USD ໃຫ້ແກ່ ຢູແກຼນ
ກຸ່ມບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານ - ảnh 1ການນຳບັນດາປະເທດ G7
(ພາບ: AFP/TTXVN)

ວັນທີ 28 ມິຖຸນາ, ກອງປະຊຸມສຸດຍອດບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ທີ່ຈັດຂຶ້ນຢູ່ຫໍຜາສາດ Elmau, ທາງພາກໃຕ້ປະເທດ ເຢຍລະມັນ, ໄດ້ອັດລົງແລ້ວ ພາຍຫຼັງເຮັດວຽກເປັນເວລາ 3 ວັນ. ກອງປະຊຸມໄດ້ຮັບຮອງເອົາຂໍ້ຕົກລົງສຳຄັນຫຼາຍສະບັບ.

        ຖະແຫຼງການອັດກອງປະຊຸມໃຫ້ຮູ້ວ່າ: ໃນປີ 2022, G7 ໄດ້ໜູນຊ່ວຍມະນຸດສະທຳທີ່ມີມູນຄ່າຂຶ້ນເຖິງ 2,8 ຕື້ USD ໃຫ້ແກ່ ຢູແກຼນ ແລະ ພ້ອມແລ້ວທີ່ຈະສະໜອງເພີ່ມເຕີມ 29,5 ຕື້ USD ໃຫ້ແກ່ງົບປະມານຂອງປະເທດນີ້ ແລະ ໃຫ້ຄຳໝັ້ນສັນຍາໜູນຊ່ວຍການສ້າງສາ ຢູແກຼນ ຄືນໃໝ່. G7 ໃຫ້ຄຳໝັ້ນສັນຍາເພີ່ມຄວາມກົດດັນ ແລະ ຈະມີການກະທຳຢ່າງເປັນເອກະພາບ ເພື່ອແນໃສ່ຫຼຸດຜ່ອນລາຍຮັບຂອງ ລັດເຊຍ.

        ໃນບັນຫາພະລັງງານ, G7 ໃຫ້ຄຳໝັ້ນສັນຍາມີການກະທຳໂດຍໄວ ເພື່ອຮັບປະກັນແຫຼ່ງສະໜອງພະລັງງານ ແລະ ເຫັນດີຢຸດຕິການອີງໃສ່ແຫຼ່ງພະລັງງານຂອງ ລັດເຊຍ ເທື່ອລະກ້າວ.

        ກ່ຽວຂ້ອງເຖິງຄວາມມານະພະຍາຍາມໃນການປົກປັກຮັກສາດ້ນຟ້າອາກາດ, G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນບັນດາເປົ້າໝາຍຮັກສາອຸນຫະພູມທົ່ວໂລກໃຫ້ຢູ່ລະດັບ 1,5 ອົງສາ C ກໍຄືປະຕິບັດສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ກໍຄືມີບາດກ້າວລະອຽດເພື່ອຍູ້ແຮງການຢຸດຕິການຜະລິດພະລັງງານຈາກຖ່ານຫີນຢູ່ບັນດາປະເທດ G7.

ຕອບກັບ

ຂ່າວ/ບົດ​ອື່ນ