ກຸ່ມບໍລິສັດ T&T Group ແລະ ຄູ່ຮ່ວມມື ອາເມລິກາ ຮ່ວມມືພັດທະນາພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ
(VOVWORLD) -T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ໄດ້ລົງນາມໃນບົດບັນທຶກ MoU ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານແຮງລົມຢູ່ແຄມຝັ່ງ ແລະ ຕາມຝັ່ງ ພະລັງງານແສງຕາເວັນຢູ່ ແຂວງນິງທ້ວນ, ດັກນົງ, ຊອກຈັງ, ເບັ້ນແຈ, ບາກລຽວ ດ້ວຍຍອດກຳລັງຜະລິດໄຟຟ້າຄາດວ່າເກືອບ 1.500 MW, ຍອດມູນຄ່າລົງທຶນປະມານ 2,5 ຕື້ USD.
T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການພັດທະນາພະລັງງານ (ພາບ: thanhtra.com.vn) |
ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ອາເມລິກາ, ຜູ້ຕາງໜ້າ ກຸ່ມບໍລິສັດ T&T Group ໄດ້ລົງນາມໃນເອກະສານ ແລະ ບົດບັນທຶກຊ່ວຍຈຳ (MoU) ຫຼາຍສະບັບກັບບັນດາຄູ່ຮ່ວມມື ອາເມລິກາ ເພື່ອຮ່ວມມືລົງທຶນບັນດາໂຄງການພະລັງງານຜະລິດຄືນໃໝ່; ເກັບຊື້ຜະລິດຕະພັນກະເສດ ແລະ ກາຍເປັນຜູ້ແຈກຢາຍຜູກຂາດເຄື່ອງໝາຍການຄ້າຜະລິດຕະພັນການຢາທີ່ມີຊື່ສຽງແຖວໜ້າຢູ່ ປະເທດນີ້.
ຕາມນັ້ນແລ້ວ, T&T Group ແລະ ກຸ່ມບໍລິສັດ UPC Renewables (ອາເມລິກາ) ໄດ້ລົງນາມໃນບົດບັນທຶກ MoU ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານແຮງລົມຢູ່ແຄມຝັ່ງ ແລະ ຕາມຝັ່ງ ພະລັງງານແສງຕາເວັນຢູ່ ແຂວງນິງທ້ວນ, ດັກນົງ, ຊອກຈັງ, ເບັ້ນແຈ, ບາກລຽວ ດ້ວຍຍອດກຳລັງຜະລິດໄຟຟ້າຄາດວ່າເກືອບ 1.500 MW, ຍອດມູນຄ່າລົງທຶນປະມານ 2,5 ຕື້ USD.
T&T Group ກໍໄດ້ສຳເລັດການລົງນາມໃນສັນຍາ 2 ສະບັບກ່ຽວກັບການນຳເຂົ້າວັດຖຸດິບຜະລິດຫົວອາຫານສັດ ດ້ວຍຍອດມູນຄ່າ 525 ລ້ານ USD ແລະ ໜູນຊ່ວຍຊຸກຍູ້ການຜະລິດດຳເນີນທຸລະກິດຢູ່ພາຍໃນປະເທດ.