ກຸ່ມບໍລິສັດNikeແລະIntelຂອງອາເມລິກາຈະເປີດກ້ວາງການລົງທຶນຜະລິດຢູ່ຫວຽດນາມ

ກຸ່ມບໍລິສັດNikeແລະIntelຂອງອາເມລິກາຈະເປີດກ້ວາງການລົງທຶນຜະລິດຢູ່ຫວຽດນາມ - ảnh 1
ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ ເຮັດວຽກຢູ່ກຸ່ມບໍລິສັດ Intel
(ພາບ: baodautu.vn)

(vovworld) – ກຸ່ມ​ບໍລິສັດ Nike ​ແລ​ະ Intel ຂອງ ​ອາ​ເມ​ລິ​ກາ​ຈະ​ເປີດ​ກ້ວາງ​ການ​ລົງທຶນ​ຜະລິດ​ຢູ່​ ຫວຽດນາມ - ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ການ​ນຳ 2 ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ ອາ​ເມ​ລິ​ກາ ​ແລະ ​ໂລກ​ໃນ​ການ​ພົບ​ປະ​ໄລຍະ​ມໍ່ໆມາ​ນີ້​ກັບ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ, ​ເນື່ອງ​​ໃນ​ໂອກາດ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລັດ Oregon.

        ຜູ້ຕາງໜ້າ​ຂອງ Nike ​ແລ​ະ Intel ລ້ວນ​ແຕ່​ຢັ້ງຢືນ​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ, ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງ​ລັດຖະບານ ​ແລະ ບັນດາ​ທ້ອງ​ຖີ່​ນ ​ແລະ ​ໃຫ້​ຮູ້​ວ່າ: ມີ​ແຜນການ​ເປີດ​ກ້ວາງ​ການລົງທຶນ​​ຜະລິດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກຸ່ມ​ບໍລິສັດ 2 ​ແຫ່ງ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ທັນ​ການ​ຂອງ​ລັດຖະບານ ຫວຽດນາມ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຟື້ນ​ຟູ ​ແລະ ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ພາຍຫຼັງ​ສະພາບ​ການ​ສັບສົນ, ທຳລາຍ​ຂອງ​ບັນດາ​ບຸກຄົນ​ບໍ່​ດີ​ຢູ່​ທ້ອງ​ຖີ່​ນຈຳນວນ​ໜຶ່ງ ​ໃນ​​ໄລຍະ​ຜ່ານ​ມາ. Nike ຫວັງ​ວ່າ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມປາຊີ​ຟິກ (TPP) ຈະ​ເປີດ​ກາລະ​ໂອກາດ​ໃຫຍ່​ເພື່ອ​ໃຫ້​ກຸ່ມ​ບໍລິສັດ​ນີ້​ເພີ່ມ​ທະວີ​ການ​ລົງທຶນ​ຢູ່ ຫວຽດນາມ.




ຂ່າວ/ບົດ​ອື່ນ