ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບອັງກິດ - ຫວຽດນາມ ມາຢ້ຽມຢາມນະຄອນໂຮ່ຈິມິນ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ30/05, ທີ່ການຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອັງກິດ - ຫວຽດນາມ ໂດຍທ່ານ George Howarth, ປະທານກຸ່ມນຳໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາງ ຫງວຽນທິຮົ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ປາດຖະໜາວ່າ ການຢ້ຽມຢາມຂອງຄະນະສະມາຊິກສະພາແຫ່ງຊາດມິດຕະພາບອັງກິດ - ຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ປະກອບສ່ວນຊ່ວຍໃຫ້ບັນດາສະມາຊິກໃນຄະນະເຂົ້າໃຈແຈ້ງກວ່າ ແລະ ກາຍເປັນຂົວເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດອັງກິດ ກັບ ຫວຽດນາມ ໃນການຮ່ວມມື, ພ້ອມກັນພັດທະນາ. ທ່ານ George Howarth ໃຫ້ຮູ້ວ່າ; ຈຸດປະສົງການຢ້ຽມຢາມຫວຽດນາມ ຂອງຄະນະຄັ້ງນີ້ ແມ່ນເພີ່ມທະວີການຮ່ວມພົວພັນອັນດີງາມລະຫວ່າງອັງກິດ - ຫວຽດນາມ ກວ່າອີກ, ການຢ້ຽມຢາມຂອງຄະນະດຳເນີນໄປໃນສະພາບທີ່ 2 ປະເທດຫວຽດນາມ - ອັງກິດ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານ George Howarth ປາດຖະໜາຢາກມີການຮ່ວມມືຈາກຝ່າຍນະຄອນໂຮ່ຈິມິນ, ຜ່ານນັ້ນຊຸກຍູ້ການຮ່ວມມືອັນດີງາມລະຫວ່າງອັງກິດ ແລະ ນະຄອນໂຮ່ຈິມິນກວ່າອີກ, ພິເສດແມ່ນການຮ່ວມມືພັດທະນາລະຫວ່າງ 2 ຝ່າຍໃນຂົງເຂດການຄ້າ ແລະ ການລົງທຶນ.