(vovworld) - ວັນທີ 21/03, ຢູ່ນະຄອນຫຼວງ Roma, ປະເທດອີຕາລີ, ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບອີຕາລີ - ຫວຽດນາມ ໄດ້ຈັດພິທີສະເໜີຕົວຢ່າງເປັນທາງການ. ເຂົ້າຮ່ວມພິທີມີທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ທ່ານ Pier Ferdiando Casini ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ - ຫວຽດນາມ ແລະ ບັນດາສະມາຊິກສະພາແຫ່ງຊາດອີຕາລີ ແລະ ສະມາຊິກສະພາແຫ່ງຊາດຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ ເລື່ອງສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ - ຫວຽດນາມ ແມ່ນເຫດການສຳຄັນໃນການພົວພັນລະຫວ່າງອົງການນິຕິບັດຍັດ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ ຜ່ານການເຄື່ອນໄຫວຂອງກຸ່ມ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາອີຕາລີ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນອັນດີງາມລະຫວ່າງ 2 ປະເທດ.
“ຂ້າພະເຈົ້າຊົມເຊີຍບັນດາສະມາຊິກສະພາແຫ່ງຊາດອີຕາລີ ທີ່ໄດ້ສະໜັບສະໜູນ ແລະ ເຂົ້າຮ່ວມກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ - ຫວຽດນາມ ດ້ວຍຈິດໃຈ, ຄວາມຮັບຜິດຊອບສູງ ເຮັດໃຫ້ສະພາແຫ່ງຊາດ 2 ປະເທດນັບມື້ນັບສະໜິດຕິດພັນກວ່າ, ປະກອບສ່ວນເຮັດໃຫ້ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດນັບມື້ນັບພັດທະນາ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ - ຫວຽດນາມ ຈະເຄື່ອນໄຫວຢ່າງມີປະສິດທິຜົນນຳມາເຊິ່ງຜົນປະໂຫຍດລວມໃຫ້ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດພວກເຮົາ”.