ກຸ່ມອິດຊະລາມ Boko Haram ເຂັ່ນຂ້າ 48 ຄົນຢູ່ Nigeria
(ພາບ: AFP/TTXVN))
(vovworld)- ກຸ່ມອິດຊະລາມປະກອບອາວຸດ Boko Haram ໄດ້ເຂັ່ນຂ້າປະຊາຊົນ 48 ຄົນຢູ່ລັດ Borno ທາງທິດຕາເວັນຕົກສ່ຽງເໜືອ Nigeria. ວັນທີ 20/11, ບັນດາມືປືນ Boko Haram ໄດ້ປິດລ້ອມສາຍທາງເຊື່ອມຕໍ່ປະເທດສາທາລະນະລັດ Sat ກັບ Nigeria ຢູ່ມໍ່ກັບບ້ານປາ Doron Baga ນອນໃນຝັ່ງໜອງ Sat ແລະ ເຂັ່ນຂ້າປະຊາຊົນ 48 ຄົນພວມເດີນທາງໄປຍັງປະເທດສາທາລະນະລັດ Sat ເພື່ອຊື້ປາ. ນັບແຕ່ເວລາລຸກຮຶ້ຂຶ້ນເມື່ອປີ 2009 ເພື່ອທວງໃຫ້ສ້າງຕັ້ງລັດອິດຊະລາມ ຢູ່ພາກເໜືອ Nigeria, Boko Haram ໄດ້ກາຍເປັນໄພນາບຂູ່ດ້ານຄວາມສະຫງົບປອດໄພໃຫ່ຍກ່ວາໝູ່ສຳລັບປະເທດອາຟຼິກກາຕາເວັນຕົກນີ້. ບັນດາການບຸກໂຈມຕີໃຊ້ຄວາມຮຸນແຮງໂດຍກຸ່ມນີ້ປະຕິບັດ ໄດ້ເຮັດໃຫ້ປະຊາຊົນກ່ວາ 10.000 ຄົນເສຍຊີວິດ ແລະ ນັບແສນຄົນຕ້ອງໜີອອກຈາກບ້ານ./.