ກິລາບານສົ່ງຍິງຫວຽດນາມ ຄວ້າແຊມອາຊີຄັ້ງທຳອິດ

(VOVWORLD) -     ຕອນຄ່ຳວັນທີ 2 ພຶດສະພາ ທີ່ສະໜາມກິລາ ແຂວງວິ້ງຟຸກ, ທີມກິລາບານສົ່ງຍິງ Sport Center I ຂອງຫວຽດນາມ ໄດ້ລົງແຂ່ງຂັນນັດຊະນະເລີດ ກັບ ສະໂມສອນ Diamond Food Fine Chef - Air Force ຂອງໄທເພື່ອຊິງແຊມບັນດາສະໂມສອນບານສົ່ງຍິງ ອາຊີ 2023.
ກິລາບານສົ່ງຍິງຫວຽດນາມ ຄວ້າແຊມອາຊີຄັ້ງທຳອິດ - ảnh 1ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ຮັບລາງວັນຊະນະເລີດ ບັນດາສະໂມສອນ ອາຊີ

     ໃນການແຂ່ງຂັນຄັ້ງນີ້, ທິມເຈົ້າພາບ ຫວຽດນາມ ເສຍ 2 ນັດທຳອິດ. ແນວໃດກໍ່ຕາມ, ບັນດານັກກິລາຫວຽດນາມໄດ້ ປະສົບຄວາມ ສຳເລັດ ໂດຍເອົາໄຊຊະນະ 3 ນັດສຸດທ້າຍ. ຜົນມີຢູ່ວ່າ ທິມຫວຽດນາມເອົາຊະນະ 3 – 2 ໃນການແຂ່ງຂັນຊີງຊະນະເລີດ, ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ຮັບລາງວັນຊະນະເລີດ ບັນດາສະໂມສອນ ບານສົ່ງຍິງ ອາຊີ. ນີ້ກໍ່ແມ່ນຄັ້ງທຳອິດທີ່ ຫວຽດນາມ ຍາດໄດ້ລາງວັນຊະນະເລີດສຳລັບກິລາບານສົ່ງລະດັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ