ກິລາປະເພດຍິງທະນູຫວຽດນາມຄວ້າໄດ້ 8 ຫຼຽນຄຳໃນງານແຂ່ງຂັນກິລາອາຊີຕາເວັນອອກສ່ຽງໃຕ້

ກິລາປະເພດຍິງທະນູຫວຽດນາມຄວ້າໄດ້ 8 ຫຼຽນຄຳໃນງານແຂ່ງຂັນກິລາອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບ​ປະ​ກອບ: thethaovietnam)

(vovworld) –​ ​ວັນ​ທີ 28/01, ທິມ​ຊາດ​ນັກ​ກິ​ລາ​ຍິງ​ທະ​ນ​ູ​ຫວ​ຽດ​ນາມ ໄດ້​ກັບ​ເມືອ​ປະ​ເທດ, ພາຍ​ຫຼັງ​​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ກິ​ລາ​ຊິງຊະ​ນະ​ເລີດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້​ປີ 2016, ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ມຽນ​ມາ, ດ້ວຍ​ຜົນ​ງານ​​ຄວ້າ​ໄດ້ 8 ຫຼຽນ​ຄຳ. ​ໃນ​ງານ​ແຂ່ງ​ຂັນ ປີນີ້, ທິມ​ຊາດ​ຍິງ​ທະ​ນູ​ຫວຽດ​ນາມ ​ລວມ​ມີນັກ​ກິ​ລາ 16 ຄົນ ​ເຂົ້າ​ຮ່ວມໃນ​ບັນ​ດາ​​ລາຍ​ການ​ຍິງ​ທະ​ນູ​ສາຍດ​ຽ​ວ ແລະ 3 ສາຍ. ​ງານ​ແຂ່ງ​ຂັນ​ຊິງ​ຊະ​ນະ​ເລີດ ໄດ້​ເຕົ້າ​ໂຮມ​ນັກ​ກິ​ລາ​ຍິງ​ທ​ະ​ນູ 60 ຄົນ​​ທີ່ມາ​ຈາກ​ລາວ, ສິງ​ກະ​ໂ​ປ, ໄທ, ຫວຽດ​ນາມ ແລະ ປະ​ເທດ​ເຈົ້າ​ພາບ​ມຽນ​ມາ. ຕາມ​ທ່ານ ບຸຍ​ເຈ​ື່ອງ​ຢາງ​, ຫົວ​ໜ້າ​​ປະ​ເພດ​ກິ​ລາ​ຍິງ​ທະ​ນູ, ກົມ​ໃຫຍ່​ກິ​ລາ​ກາຍ​ຍະ​ກຳ ແລ້ວ, ເລື່ອງ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ດັ່ງ​ກ່າວແມ່ນ​​ບາດ​ກ້າວກະ​ກ​ຽ​ມ​ສຳ​ຄັນ​ສຳ​ລັບ​ບັນ​ດາ​ນັກ​ກິ​ລາ​ຍິງ​ທະ​ນູ​ຕໍ່ໜ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ແຂ່ງ​ຂັນສາ​ກົນ​ທີ່​ສຳ​ຄັນ​ໃນ​ປີ 2016, ຍ້ອນ​ກິ​ລາ​ຍິງ​ທະ​ນູ​ຫວຽດ​ນາມ ພວມ​ສືບ​ຕ​ໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແຂ່ງ​ຂັນ​ຮອບຄັດ​ເລືອກ Olympic 2016, ເພື່ອ​ເຂົ້າ​ຮ່ວມ​​ຢ່າງເປ​ັນ​ທາງ​ການ.

ຂ່າວ/ບົດ​ອື່ນ