ກິລາເອເລັກໂຕນິກ ຫວຽດນາມ ຈະແຂ່ງຂັນການສະແດງທີ່ ASIAD 19

(VOVWORLD) - ໃນປະເພດກິລາ AIES Robot Sports, ມີ 6 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນສະແດງກັບ ຫວຽດນາມ. ທິ
 

ວັນທີ 8 ພະຈິກ, ສະມາຄົມກຳກິລາເອເລັກໂຕນິກບັນເທິງ ຫວຽດນາມ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 11 – 12 ພະຈິກ, ທິມຊາດກິລາເອເລັກໂຕນິກ ຫວຽດນາມ ມີນັກກິລາ 10 ຄົນ ຈະຕາງໜ້າໃຫ້ປະເທດຊາດ, ແຂ່ງຂັນການສະແດງໃນສອງປະເພດກິລາເອເລັກໂຕນິກ ໃນຂອບເຂດເຫດການງານມະຫາກຳ ກິລາ ອາຊີ ຄັ້ງທີ 19 (ASIAD 19).

        ໃນປະເພດກິລາ AIES Robot Sports, ມີ 6 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນສະແດງກັບ ຫວຽດນາມ. ທິມ ຫວຽດນາມ ມີສະມາຊິກ 5 ຄົນ ຕາງໜ້າເຂົ້າຮ່ວມການແຂ່ງຂັນເຊິ່ງລ້ວນແຕ່ມາຈາກ ມະຫາວິທະຍາໄລ ລາກຮົ່ງ. ໃນຂະນະນັ້ນ, ໃນປະເພດກິລາ AIES XR Sports, ທິມ ຫວຽດນາມ ກໍ່ສົ່ງ 5 ຄົນເຂົ້າຮ່ວມການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ