ກວັກເກີແລະກວັກງຽບ-ແຮງບັນການໃຈຂອງຫວຽດນາມຢູ່ Britain’s Got Talent 2018
(VOVWORLD) -ຜົນສຳເລັດໃຫຍ່ທີ່ສຸດບໍ່ແມ່ນການຍາດໄດ້ລາງວັນໃນໃນຮອບຊິງຊະນະເລີດການແຂ່ງຂັນ Britain’s Got Talent 2018 ຫຼື ຄວາມນິຍົມຂອງຜູ້ຊົມສາກົນຕໍ່ຄວາມເກັ່ງກ້າສາມາດ ແລະ ການຝຶກແອບ, ຫາກຕາມນັກສິລະປິນກາຍຍະສິນກວັກເກີ ແລະ ກວັກງຽບ ແລ້ວ ນີ້ແມ່ນໂອກາດເພື່ອໂຄສະນາຈິດໃຈ ແລະ ພາບພົດປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ.
ນັກສິລະປິນ ກວັກເກີ - ກວັກງຽບ
(ພາບ: TTXVN)
|
ສຳລັບນັກສິປິນ ກວັກເກີ ແລະ ກວັກງຽບ, ຍາດໄດ້ການສະໜັບສະໜູນຂອງບັນດາຜູ້ຊົມອັງກິດ ແມ່ນແຫຼ່ງລະດົມກຳລັງໃຈສຳລັບບັນດາຄວາມມານະພະຍາຍາມໃນການຝຶກແອບໃນເວລາກວ່າ 20 ປີຜ່ານມາ. ລາຍການທີ່ກວັກເກີ - ກວັກງຽບ ທີ່ສະແດງໃນຮອບຊິງຊະນະເລີດນັ້ນ ອາດຖືວ່າແມ່ນການເຕົ້າໂຮມຂອງທຸກປັດໃຈຄື: ຄຸນນະທາດ, ຄວາມຕັດສິນໄຈ, ຄວາມອົງອາດກ້າຫານ, ຄວາມເມົາມົວກັບອາຊີບ…
ມີແຜນການຫຼາຍຢ່າງ ແລະ ຄາດຄະເນວ່າ ພາຍຫຼັງກັບເມືອຈາກ Britain’s Got Talent, ນັກສິລະປິນ ກວັກເກີ - ກວັກງຽບ ຈະຈັດ liveshow ໂດຍບໍ່ເສຍຄ່າເພື່ອສົມມະນາຄຸນຜູ້ຊົມຢູ່ນະຄອນໂຮ່ຈິມິນ.