(VOVWORLD) - ກຳມາທິການກົດໝາຍໄດ້ຕີລາຄາເນື້ອໃນບົດລາຍງານທີ່ໄດ້ສ່ອງແສງສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ |
ຕອນເຊົ້າວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ກຳມາທິການກົດໝາຍຂອງສະພາແຫ່ງຊາດໄດ້ຈັດວາລະປະຊຸມເປີດກ້ວາງ ການກວດກາເບື້ອງຕົ້ນກ່ຽວກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະດຳລັດ, ມະຕິຂອງສະພາແຫ່ງຊາດປີ 2018. ກຳມາທິການກົດໝາຍໄດ້ຕີລາຄາເນື້ອໃນບົດລາຍງານທີ່ໄດ້ສ່ອງແສງສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິ. ໃນວິວັດແຫ່ງການຮຽບຮຽງບັນດາຮ່າງກົດໝາຍ, ຮ່າງມະຕິ, ອົງການເປັນເຈົ້າການໃນການຮຽບຮຽງໄດ້ພະຍາຍາມກຳນົດລະອຽດ, ກຳນົດຂອບກົດໝາຍ… ບັນດາຜູ້ແທນສະເໜີຍູ້ແຮງວຽກງານປະກາດໃຊ້ ແລະ ຄຸນນະພາບເອກະສານຂອງກົດໝາຍ, ພ້ອມທັງຍົກສູງປະສິດທິຜົນວຽກງານສ້າງກົດໝາຍ.