ກວດກາບັນດາໃບສະເໜີ, ແຜນຮ່າງຂອງຫົວໜ້າສານປະຊາຊົນສູງສຸດ
(ພາບປະກອບ: TTXVN)
(vovworld) - ວັນທີ 23/4, ກຳມາທິການກົດໝາຍຂອງສະພາແຫ່ງຊາດໄດ້ປະຊຸມວາລະຄົບຄະນະ, ເພື່ອກວດກາບັນດາໃບສະເໜີ, ແຜນຮ່າງຂອງຫົວໜ້າສານປະຊາຊົນສູງສຸດ ກ່ຽວກັບເລື່ອງປັບປຸງອົງປະກອບ, ການຈັດຕັ້ງ, ກົງຈັກ, ບຸກຄະລາກອນຂອງສານປະຊາຊົນທຸກຂັ້ນ ຕາມກຳນົດຂອງກົດໝາຍວ່າດ້ວຍສານປະຊາຊົນປີ 2014. ຕາມໃບສະເໜີກ່ຽວກັບເລື່ອງອະນຸມັດຜ່ານຂໍ້ຕົກລົງຂອງຫົວໜ້າສານປະຊາຊົນສູນສຸດ ກ່ຽວກັບກົງຈັກຊ່ວຍວຽກຂອງສານປະຊາຊົນສູງສຸດ. ຄາດວ່າສານປະຊາຊົນສູງສຸດຈະສ້າງຕັ້ງ 14 ຫົວໜ່ວຍເພື່ອໜູນຊ່ວຍດ້ານວິຊາການ, ດ້ານບໍລິຫານ, ກົດໝາຍ ແລະ ພາລະກິດຂອງລັດ. ເມື່ອຕີລາຄາໃບສະເໜີ, ໜ່ວຍຄົ້ນຄ້ວາຂອງກຳມາທິການກົດໝາຍໄດ້ເຫັນດີໂດຍພື້ນຖານຕໍ່ສານປະຊາຊົນສູງສຸດ, ຍ້ອນກຳນົດໄດ້ບົດບາດໜ້າທີ່ຂອງກົງຈັກຊ່ວຍວຽກ, ຕອບສະໜອງໜ້າທີ່, ຄວາມຮຽກຮ້ອງຕ້ອງການໃໝ່ຂອງສານປະຊາຊົນສູງສຸດ. ທີ່ວາລະປະຊຸມ, ບັນດາສະມາຊິກຂອງກຳມາທິການກົດໝາຍ ກໍ່ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ໃບສະເໜີ ແລະ ຮ່າງມະຕິກ່ຽວກັບການອະນຸມັດຜ່ານຂໍ້ຕົກລົງບັນຊີລາຍຊື່ກຳມະການສະພາເລືອກເຟັ້ນ, ຕິດຕາມກວດກາຜູ້ພິພາກສາແຫ່ງຊາດ.