ກວ່າ 1300 ຄົນເຂົ້າຮ່ວມການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່
ການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່ |
(vovworld)- ຕອນເຊົ້າວັນທີ 4/10, ຮອບຊະນະເລີດການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່ ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວກິລາຈຸດສຸມຂອງນະຄອນຮ່າໂນ້ຍເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ, 61 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ແລະ 16 ປີແຫ່ງວັນຮ່າໂນ້ຍໄດ້ຮັບການຮັບຮູ້ຈາກອົງການ UNESCO ວ່າ ແມ່ນນະຄອນເພື່ອສັນຕິພາບ. ເຂົ້າຮ່ວມຮອບຊະນະເລີດການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່ນີ້, ມີນັກກິລາ 1.300 ຄົນເຂົາຮ່ວມ, ພິເສດມີນັກກິລາຊາວຕ່າງປະເທດ 300 ຄົນທີ່ເປັນພະນັກງານ, ພາລະກອນສະຖານທູດປະເທດຕ່າງໆ, ອົງການສາກົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດ ປາແລັດສຕິນປະຈຳຫວຽດນາມ , ຜູ້ເຂົ້າຮ່ວມການແລ່ນໃຫ້ຮູ້ວ່າ :
“ ມື້ນີ້, ໃນບັນຍາກາດທີ່ຟົດຟື້ນຍາມລະດູໃບໄມ້ຫຼົ່ນທີ່ສວຍງາມ, ຂ້າພະເຈົ້າ ແລະ ຊາວຕ່າງປະເທດຫຼາຍຄົນໄດ້ເຂົ້າຮ່ວມໃນການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່. ນີ້ແມ່ນຄວາມເປັນກຽດ ແລະ ມີຄວາມໝາຍສຳລັບຂ້າພະເຈົ້າ ແລະ ຊາວຕ່າງປະເທດຫລາຍຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍ. ການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່ ແມ່ນສານທີ່ຈະແຈ້ງຂອງຊາວຮ່າໂນ້ຍ ທີ່ສົ່ງເຖິງປະຊາຊົນໂລກກ່ຽວກັບຄວາມຫວັງມີສັນຕິພາບຂອງຊາວຫວຽດນາມ ”