ປະທານາທິບໍດີຝະລັ່ງ Hollande ລົງສຳຫຼວດຢູ່ສະຖານທີ່ເກີດເຫດ |
(vovworld)- ວັນທີ 13/11, ຢູ່ນະຄອນຫຼວງ ປາຣີ ປະເທດຝະລັງ, ໄດ້ເກີດບັນດາເຫດບຸກໂຈມຕີທີ່ສະຫຍົດສະຫຍອງຢູ່ສະຖານທີ່ຕ່າງໆ, ຊຶ່ງລວມມີການຍິງປືນ, ຈັບເປັນຕົວປະກັນ 100 ຄົນ, ເຫດວາງລະເບີດຄັ້ງຕ່າງໆຢູ່ສະໜາມກິລາ Stade de France ແລະ ຢູ່ບໍລິເວນມໍ່ກັບໂຮງລະຄອນ Bataclan ພ້ອມກັບເຫດບຸກໂຈມຕີຢູ່ຮ້ານສັບພະສິນຄ້າ Les Halles .
ພາຍຫຼັງທີ່ໄດ້ເກີດເຫດບຸກໂຈມຕີຄັ້ງຕ່າງໆ, ປະທານາທິບໍດີຝະລັ່ງ Hollande ໄດ້ຮຽກໂຮມກອງປະຊຸມຄະນະລັດຖະບານ. ທ່ານໄດ້ປະກາດສະພາວະສຸກເສີນໃນທົ່ວປະເທດ. ໃນວັນທີ 14/11 ປະທານາທິບໍດີຝະລັ່ງ Hollande ໄດ້ອອກຄຳສັ່ງຜັນຂະຫຍາຍພົນທະຫານຕື່ມອີກ 1.500 ຄົນຢູ່ນະຄອນ ປາຣີ.